ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງໃຫ້ ບັນດາຜູ້ແທນໃຂອງປະເທດຕ່າງໆຄວນປຶກສາຫາລືເພື່ອຊອກຫາທິດທາງເດີນອັນແທດຈິງໃຫ້ແກ່ການພັດທະນາຂອງ 5G.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫວຽດນາມ (ພາບ: TTXVN)
ວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມ ອາຊຽນ ກ່ຽວກັບການພັດທະນາເຄືອຂ່າຍ 5G ໂດຍມີການເຂົ້າຮ່ວມຂອງບັນດາຜູ້ແທນສາກົນຄື: ລັດຖະມົນຕີ, ການນຳບັນດາອົງການ ຄຸ້ມຄອງບໍລິຫານກ່ຽວກັບໂທລະຄົມມະນາຄົມ ຂອງບັນດາປະເທດ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາ, ຜູ້ຕາງໜ້າຂອງບັນດາອົງການຈັດຕັ້ງສາກົນລົງເລິກຂະແໜງ, ການນຳຂອງບັນດາກຸ່ມບໍລິສັດແຖວໜ້າກ່ຽວກັບການຜະລິດ, ຂຸດຄົ້ນການບໍລິການໂທລະຄົມມະນາຄົມລະຫວ່າງສາກົນ ແລະ ຢູ່ພາຍໃນປະເທດ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ: ບັນດາປະເທດໃນປະຊາຄົມອາຊຽນ ຍາມໃດກໍ່ເຫັນດີນຳກັນເພື່ອສ້າງປະຊາຄົມ, ປະກອບສ່ວນເສີມສ້າງສັນຕິພາບ ແລະ ຄວາມວັດທະນາຖາວອນ ຂອງໂລກ. ທ່ານຮອງນາຍົກລັດຖະມົນຕີ ຖືວ່າ: ການພັດທະນາເຄືອຂ່າຍ 5G ບໍ່ພຽງແຕ່ແມ່ນບັນຫາກ່ຽວກັບວິທະຍາສາດ - ເຕັກໂນໂລຊີເທົ່ານັ້ນ ຫາກຍັງມີຄວາມໝາຍສຳຄັນສຳລັບການພັດທະນາຂອງ ຫວຽດນາມ ແລະ ປະເທດອື່ນໆ ອີກດ້ວຍ. ນີ້ບໍ່ພຽງແຕ່ແມ່ນບາດກ້າວບຸກທະລຸກ່ຽວກັບລະດັບຄວາມໄວເທົ່ານັ້ນຫາກຍັງກ່ຽວຂ້ອງການປ່ຽນແປງວິທີການຜະລິດຂອງໂລກພ້ອມກັບການພັດທະນາກະໂດດຂັ້ນຂອງເຕັກໂນໂລຊີຄອມພິວເຕີ, ພູມປັນຍາທຽມອີກດ້ວຍ. ດັ່ງນັ້ນ, ລັດຖະບານຄວນເປັນເຈົ້າການສະໜັບສະໜູນບັນດາວິສາຫະກິດເພື່ອໃຫ້ເຂົ້າເຈົ້າມີຄວາມໝັ້ນໃຈກ່ວາ ແລະ ຫຼຸດຜ່ອນຄວາມສ່ຽງ, ແທນທີ່ປະໃຫ້ເຕັກໂນໂລຊີໃໝ່ພັດທະນາຕົນມັນເອງ, ບັນດາວິສາຫະກິດຕ້ອງປ່ຽນແປງໃໝ່ດ້ວຍຕົວເອງ ແລະ ຊອກຫາທິດທາງດີນໃຫ້ແກຕົນ.
(ແຫຼ່ງຄັດຈາກ VOV)