ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຢ້ຽມຢາມ ຣູມານີ ຢ່າງເປັນທາງການ

 ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຣູມານີ Teodor Melescanu, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ໄປຢ້ຽມຢາມ ຣູມານີ ຢ່າງເປັນທາງການແຕ່ວັນທີ 06 – 07 ກໍລະກົດ.
ທີ່ການພົບປະກັບທ່ານນາງຮອງປະທານສະພາຕ່ຳ ຣູມານີ Mihalcescu, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຢືນຢັນວ່າ ລັດຖະບານ ຫວຽດນາມ ປາດຖະໜາຢາກສືບຕໍ່ປັບປຸງ ແລະ ພັດທະນາການພົວພັນທຸກດ້ານກັບ ຣູມານີ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ - ການຄ້າ - ການລົງທຶນ ແລະ ໃນບັນດາຂົງເຂດທີ່ 2 ປະເທດ ສາມາດໜູນຊ່ວຍໃຫ້ກັນໄດ້. ສ່ວນທ່ານນາງຮອງປະທານສະພາຕ່ຳ ຣູມານີ Mihalcescu ຢືນຢັນວ່າ: ຈະສະໜັບສະໜູນລັດຖະບານ 2 ປະເທດ ພັດທະນາການຮ່ວມມື 2 ຝ່າຍຢ່າງຮອບດ້ານ, ສະພາແຫ່ງຊາດ ຣູມານີ ສະໜັບສະໜູນການລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ ແລະ ຈະໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ (IPA) ພາຍຫລັງສັນຍາດັ່ງກ່າວໄດ້ລົງນາມຢ່າງເປັນທາງການ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ແລະ ທ່ານນາງຮອງປະທານສະພາຕ່ຳ Carmen Ileana Mihalcescu (ພາບ: ກະຊວງການຕ່າງປະເທດ)
ທີ່ການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ, ທ່ານລັດຖະມົນຕີການຕ່າງປະເທດ ຣູມານີ Teodor Melescanu ຢືນຢັນວ່າ: ຫວຽດນາມ ໄດ້ ແລະ ພວມເປັນຄູ່ຮ່ວມມືສຳຄັນຂອງ ຣູມານີ ຢູ່ ອາຊີ ແລະ ອາຊີຕາເວັນອອກສ່ຽງໃຕ້; ທ່ານປາດຖະໜາວ່າ 2 ຝ່າຍຈະພ້ອມກັນມານະພະຍາຍາມເພື່ອນຳການພົວພັນຮ່ວມມື 2 ປະເທດພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງໃນທຸຫດ້ານ. ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ສະເໜີລັດຖະບານ ຣູມານີ ສ້າງເງື່ອນໄຂໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຣູມານີ ດຳລົງຊີວິດ, ທຳມາຫາກິນ, ເຊື່ອມໂຍງ ແລະ ປະກອບສ່ວນໃຫ້ແກ່ປະເທດປະຈຳຖິ່ນ ກໍ່ຄືປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບລະຫວ່າງ 2 ປະເທດ, 2 ຊາດພັດທະນາຢ່າງດີງາມ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ  ແລະ ທ່ານລັດຖະມົນຕີການຕ່າງປະເທດTeodor Melescanu (ພາບ: ກະຊວງການຕ່າງປະເທດ)
ທີ່ການພົບປະກັບທ່ານນາງນາຍົກລັດຖະມົນຕີ ຣູມານີ Viorica Dancila, 2 ຝ່າຍໄດ້ເຫັນດີເປັນເອກະພາບເພື່ອນຳການພົວພັນເສດຖະກິດ - ການຄ້າໃຫ້ເໝາະສົມກັບການພົວພັນດ້ານການເມືອງ - ການຕ່າງປະເທດ ກໍ່ຄືຄວາມສາມາດບົ່ມຊ້ອນ ແລະ ຄວາມມຸ່ງມາດປາດຖະໜາຂອງ 2 ຝ່າຍ. ແກ້ໄຂບັນດາສິ່ງຕິດຂັດໃນການຮ່ວມມືເສດຖະກິດ, ໃນນັ້ນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງກົນໄກຄະນະກຳມະການຮ່ວມມືລະຫວ່າງລັດຖະບານ 2 ປະເທດ.
ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ພົບປະກັບທ່ານນາງນາຍົກລັດຖະມົນຕີ ຣູມານີ Viorica Dancila
ແລະກໍ່ໃນວັນທີ 06 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ຣູມານີ.
(ແຫຼ່ງຄັດຈາກ VOV)

top