ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ພົບປະກັບ ທ່ານລັດຖະມົນຕີການຕ່າງປະເທດ ຈີບູຕີ Mahmou Ali Yossouf

ໃນຂອບເຂດການໄປເຂົ້າຮ່ວມເວທີປາໄສ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ມີການພົບປະກັບ ທ່ານ ລັດຖະມົນຕີການຕ່າງປະເທດ ຈີບູຕີ Mahmou Ali Yossouf. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຈີບູຕີ Mahmou Ali Yossouf(ພາບ: baoquocte.vn) 

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຈີບູຕີ ແລະ ດ້ວຍທີ່ຕັ້ງຍຸດທະສາດຂອງຕົນ ຈີບູຕີ ຈະເປັນຂົວເຊື່ອມຕໍ່ ເພື່ອໃຫ້ຫວຽດນາມ ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ ກັບບັນດາປະເທດ ອາຟະລິກາ.

        ທ່ານລັດຖະມົນຕີການຕ່າງປະເທດ ຈີບູຕີ Mahmou Ali Yossouf ຕີລາຄາສູງຕໍ່ບັນດາຜົນງານໃນການພັດທະນາ ເຊິ່ງຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາ, ໂດຍຖືວ່າ ນີ້ແມ່ນແບບຢ່າງຂອງການຄຸ້ມຄອງທີ່ດີ ແລະ ແມ່ນປະເທດ ທີ່ບືນຕົວຂຶ້ນພັດທະນາຈາກສົງຄາມ. ພ້ອມທັງຢ້ັງຢືນວ່າ ສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງ ເປັນກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ປາດຖະໜາວ່າ ສອງປະເທດ ຍາມໃດກໍສົມທົບກັນເປັນຢ່າງດີ ໃນບັນດາເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ, ໃນນັ້ນ ມີ ສປຊ ແລະ ປະຊາຄົມ ໂກໂຟນີ. 

(ແຫຼ່ງຄັດຈາກ VOV)


top