ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສົ່ງສານໄປຍັງກອງປະຊຸມຄັ້ງທີ 77 ຂອງ UNESCAP

      ທ່ານ ຟ້າມບິ່ງມິງ ໄດ້ຢັ້ງຢືນວ່າ: ໄລຍະທີ່ຜ່ານມາ, ບັນດາຄວາມມານະພະຍາຍາມພາຍໃນປະເທດ ແລະ ການຮ່ວມມື, ໜູນຊ່ວຍອັນລ້ຳຄ່າຂອງປະຊາຄົມສາກົນ ໄດ້ຊ່ວຍໃຫ້ ຫວຽດນາມ ສາມາດຄວບຄຸມໄດ້ໂລກລະບາດໂຄວິດ - 19 ໂດຍພື້ນຖານ, ປະຕິບັດໄດ້ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທັງ ພັດທະນາເສດຖະກິດ - ສັງຄົມ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ
      ວັນທີ 27 ເມສາ 2021, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໄດ້ສົ່ງສານດ້ວຍເທບບັນທຶກພາບ ໄປຍັງກອງປະຊຸມຄັ້ງທີ 77 ຂອງຄະນະກຳມະການເສດຖະກິດສັງຄົມ ອາຊີ ປາຊີຟິກ ສປຊ (UNESCAP) ເຊິ່ງໄດ້ຈັດຕັ້ງທາງອອນລາຍດ້ວຍຫົວຂໍ້ວ່າ “ກໍ່ສ້າງດີກ່ວາເກົ່າ ພາຍຫຼັງວິກິດການ ຜ່ານການຮ່ວມມືໃນພາກພື້ນ ອາຊີ ປາຊີຟິກ.”
            ທ່ານ ຟ້າມບິ່ງມິງ ໄດ້ຢັ້ງຢືນວ່າ: ໄລຍະທີ່ຜ່ານມາ, ບັນດາຄວາມມານະພະຍາຍາມພາຍໃນປະເທດ ແລະ ການຮ່ວມມື, ໜູນຊ່ວຍອັນລ້ຳຄ່າຂອງປະຊາຄົມສາກົນ ໄດ້ຊ່ວຍໃຫ້ ຫວຽດນາມ ສາມາດຄວບຄຸມໄດ້ໂລກລະບາດໂຄວິດ - 19 ໂດຍພື້ນຖານ, ປະຕິບັດໄດ້ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທັງ ພັດທະນາເສດຖະກິດ - ສັງຄົມ. ຫວຽດນາມ ກໍ່ໄດ້ປັບປຸງນະໂຍບາຍເພື່ອຫັນປ່ຽນຮູບແບບການເຕີບໂຕຕາມທິດອີງໃສ່ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ, ເພີ່ມທະວີຄຸນນະພາບການເຕີບໂຕ ເພື່ອຮັກສາການຜະລິດ, ຟື້ນຟູ ພາຍຫຼັງໂລກລະບາດໂຄວິດ - 19 ໂດຍໄວ ແລະ ມຸ່ງໄປສູ່ການພັດທະນາແບບຍືນຍົງ.
            ໃນບົດບາດເປັນປະທານອາຊຽນ 2020, ຫວຽດນາມ ໄດ້ເຂົ້າຮ່ວມຊຸກຍູ້ຫຼາຍຂໍ້ລິເລີ່ມສຳຄັນ ທັງຢູ່ໃນ ແລະ ນອກ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19, ຟື້ນຟູລະບົບສະໜອງໃນພາກພື້ນ, ເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP), ຍູ້ແຮງບັນດາຂອບເຂດການຮ່ວມມືແມ່ນ້ຳຂອງ ແລະ ຮັບຮອງເອົາ ວິໄສທັດ APEC ຮອດປີ 2040.
            ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຖືວ່າ ສປຊ ຕ້ອງສືບຕໍ່ສວມບົດບາດເປັນໃຈກາງ ໃນການສົມທົບທາງດ້ານນະໂຍບາຍ ແລະ ການຮ່ວມມືເພື່ອຜັນຂະຫຍາຍ ຍຸດທະສາດສັງລວມ ໃນການຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຮັບປະກັນການສຳຜັດກັບວັນຊິນທີ່ມີຄວາມຍຸຕິທຳ, ທັນການ, ສະເໝີພາບ  ແລະ ການປິ່ນປົວໃຫ້ຜູ້ຕິດເຊື້ອ ໂຄວິດ - 19.
(ແຫຼ່ງຄັດຈາກ VOV)


top