ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ໄປຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບແຫ່ງລັດ

ຕອນເຊົ້າວັນທີ 12 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່່າບິ່ງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການກວດສອບແຫ່ງລັດ.

ການເຮັດວຽກລະຫວ່າງທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ກັບອົງການກວດສອບແຫ່ງລັດ 

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ຊີ້ແຈ້ງວ່າ ປີ 2019 ມີຄວາມໝາຍສໍາຄັນສໍາລັບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 2016 – 2020. ເພາະສະນັ້ນ, ອົງການກວດສອບແຫ່ງລັດ ຄວນໃກ້ຊິດຕິດແທດການຊີ້ນໍາຂອງພັກ, ລັດ, ສະພາແຫ່ງຊາດ ແລະ ລັດຖະບານໃນການປະຕິບັດໜ້າທີ່ ຮັບປະກັນລັກສະນະວິທະຍາສາດ ແລະ ມີປະສິດທິຜົນ.

        ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ກໍສະເໜີໃຫ້ອົງການກວດສອບແຫ່ງລັດ ຈົ່ງສະແດງໃຫ້ເຫັນບົດບາດເປັນເຈົ້າພາທາງໃນຖານະເປັນປະທານອົງການກວດສອບສູງສຸດ ອາຊີ (ASOSAI) ອາຍຸການ 2018 – 2021; ຊີ້ນໍາ, ນໍາພາການເຄື່ອນໄຫວຂອງອົງການ ASOSAI ໃຫ້ປະຕິບັດແຜນການຍຸດທະສາດ ASOSAI  ໄລຍະ 2016 - 2021 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຢັ້ງຢືນທີ່ຕັ້ງບົດບາດຂອງ ອົງການກວດສອບແຫ່ງລັດເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ ໃນເວທີສາກົນ. ພ້ອມທັງຍູ້ແຮງການສ້າງພື້ນຖານໂຄງລ່າງໃຫ້ສໍາເລັດ ແລະ ຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານການກວດສອບ. 

(ແຫຼ່ງຄັດຈາກ VOV)


top