ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ເຂົ້າຮ່ວມຜັນຂະຫຍາຍຫນ້າທີ່ປີ 2018 ຂອງ EVN

      ຕອນເຊົ້າວັນທີ 4 ມັງກອນ ຢູ່ ຮ່າໂນ້ຍ, ກຸ່ມບໍລິສັດໄຟຟ້າຫວຽດນາມ EVN ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍແຜນການປີ 2018.

ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ
ພາບ:chinhphu.vn
      ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຊີ້ແຈ້ງວ່າ: ກຸ່ມບໍລິສັດໄຟຟ້າ ຫວຽດນາມຄວນສືບຕໍ່ຢືນຢັນບົດບາດແມ່ນກຸ່ມບໍລິສັດແຫ່ງລັດ ຮັກສາບົດບາດຫລັກແຫລ່ງໃນການປະຕິບັດຫນ້າທີ່ສະຫນອງ ໄຟຟ້າ. ກ່ອນອື່ນໝົດ ຕ້ອງຮັບປະກັນການສະຫນອງໄຟຟ້າພຽງພໍໃຫ້ແກ່ການພັດທະນາເສດຖະກິດ ສັງຄົມ, ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດຂອງປະເທດຊາດ. ພ້ອມກັນນັ້ນ ສືບຕໍ່ຫັນບັນດາບໍລິສັດໃຫຍ່ກະຈາຍໄຟຟ້າ 3, ພິເສດ ສຸມໃສ່ປ່ຽນໃຫມ່, ສັບຊ້ອນກຸ່ມກະຈາຍໄຟຟ້າ, ແຈກຢາຍ ແລະ ຂາຍຍ່ອຍໄຟຟ້າ, ນຳເຂົ້າເຄື່ອນໄຫວ ລະບົບໄຟຟ້າ ແລະ ຕະຫລາດໄຟຟ້າຕາມແຜນຮ່າງສັງລວມກ່ຽວກັບການສັບຊ້ອນ, ສ້າງໂຄງປະກອບລັດວິສາຫະກິດ ສັງກັດ EVN ຄືນໃຫມ່  ໄລຍະ 2017 – 2020, ຮັບປະກັນນຳຕະຫລາດຂາຍຍົກໄຟຟ້າແກ້ງແຍ້ງເຂົ້າເຄື່ອນໄຫວຢ່າງມີປະສິດທິຜົນ. 
 (ແຫຼ່ງຄັດຈາກ VOV)

top