ຂ່າວສານ

ທ່ານອະດີດປະທານາທິບໍດີ ອາເມລິກາ George Herbert Walker Bush ເຖິງແກ່ມໍລະນະກໍາ

        ທ່ານ George Herbert Walker Bush ແມ່ນປະທານາທິບໍດີ ຜູ້ທີ 41 ຂອງ ອາເມລິກາ
    
ທ່ານ ອະດີດ ປະທານາທິບໍດີ ອາເມລິກາ George Herbert Walker Bush (ພາບ: Al Bawaba)
      ວັນທີ 01 ທັນວາ, ຄອບຄົວ ທ່ານ ອະດີດ ປະທານາທິບໍດີ ອາເມລິກາ George Herbert Walker Bush ໄດ້ແຈ້ງໃຫ້ຊາບວ່າ ທ່ານ ໄດ້ເຖິງແກ່ມໍລະນະກໍາໃນວັນທີ 30 ພະຈິກ, ລວມອາຍຸໄດ້ 94 ປີ. ທ່ານ George Herbert Walker Bush ແມ່ນປະທານາທິບໍດີ ຜູ້ທີ 41 ຂອງ ອາເມລິກາ, ອາຍຸການ 1989 – 1993. ທ່ານໄດ້ນໍາພາປະເທດ ອາເມລິກາ ຈົນຮອດໄລຍະສຸດທ້າຍຂອງສົງຄາມເຢັນ ແລະ ເປັນຜູ້ສວມບົດບາດສໍາຄັນໃນການຊຸກຍູ້ການພົວພັນກັບພາກພື້ນ ຕາເວັກອອກກາງ. 
 (ແຫຼ່ງຄັດຈາກ VOV)
      
      
      

top