ຂ່າວສານ

ທ່ານສືຈິ້ນຜິງ ຕ້ອນຮັບທູດພິເສດຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

      ທ່ານ ຮ່ວາງບີ່ງກວນ ໄດ້ສົ່ງສານອວຍພອນຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງທ່ານເລຂາທິການໃຫຍ່ ສືຈິ້ນຜິງ ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ 19 ປະສົບຜົນສຳເລັດຢ່າງຈົບງາມ 

ທ່ານຮ່ວາງບິ່ງກວນ ແລະ ທ່ານ ສືຈຶ້ນຜິງ 
      ຕອນບ່າຍວັນທີ 30 ຕຸລາ, ຢູ່ຫໍປະຊຸມໃຫຍ່ປະຊາຊົນຢູ່ ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ສືຈິ້ນຜິງ ໄດ້ຕ້ອນຮັບທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທູດພິເສດຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ພັກກອມມູນິດ ຈີນ (ກອງປະຊຸມໃຫຍ່ຄັ້ງທີ 19)
        ທ່ານ ຮ່ວາງບີ່ງກວນ ໄດ້ສົ່ງສານອວຍພອນຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງທ່ານເລຂາທິການໃຫຍ່ ສືຈິ້ນຜິງ ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ 19 ປະສົບຜົນສຳເລັດຢ່າງຈົບງາມ ແລະ ທ່ານເລຂາທິການໃຫຍ່ ສືຈິ້ນຜິງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ຊຸດທີ 19 ອີກເທື່ອໜຶ່ງ. ທ່ານ ຮ່ວາງບີ່ງກວນ ຢືນຢັນວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ເຄົາລົບການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານກັບພັກກອມມູນິດ ແລະ ລັດຖະບານ ຈີນ, ຫວັງວ່າ, 2 ຝ່າຍຈະສົມທົບກັນປະຕິບັດບັນດາຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດ ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້ໃຫ້ດີທີ່ສຸດ; ທ່ານເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນ ແລະ ສະແດງຄວາມຊົມເຊີຍການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ຈະມາເຖິງຂອງທ່ານເລຂາທິການໃຫຍ່ ສືຈິ້ນຜິງ ຖືວ່າ ການໄປຢ້ຽມຢາມ ຫວຽດນາມ ພາຍຫຼັງຫາກໍ່ສຳເລັດກອງປະຊຸມໃຫຍ່ຄັ້ງທີ 19 ຂອງທ່ານເລຂາທິການໃຫຍ່ ສືຈິ້ນຜິງ ແມ່ນມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນຊຸກຍູ້ ແລະ ເຮັດໃຫ້ການພົວພັນ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ.
        ສ່ວນທ່ານເລຂາທິການໃຫຍ່ ສືຈິ້ນຜິງ ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດ ຈີນ ແມ່ນກອງປະຊຸມໃຫຍ່ທີ່ມີຄວາມໝາຍສຳຄັນທີ່ສຸດສຳລັບທົ່ວພັກ ແລະ ປະຊາຊົນ ຈີນ, ກຳນົດທີ່ຕັ້ງປະຫວັດສາດ ແລະ ທິດທາງແຫ່ງການພັດທະນາຂອງປະເທດ ຈີນ ໃນໄລຍະໃໝ່, ສະແດງໃຫ້ເຫັນວ່າພັກກອມມູນິດ ຈີນ ແລະ ທ່ານ ສືຈິ້ນຜິງ ໃນນາມສ່ວນຕົວຍາມໃດກໍ່ຖືເປັນສຳຄັນລະດັບການພົວພັນກັບ ຫວຽດນາມ ສູງ, ປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ປະເທດ ມີການພັດທະນາໃໝ່; ສະໜັບສະໜູນ ຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດ APEC 2017 ໃຫ້ປະສົບຜົນສຳເລັດ.
 (ແຫຼ່ງຄັດຈາກ VOV)

top