ຂ່າວສານ

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຊູແອັດ ແລະ ເອກອັກຄະລັດຖະທູດ ການາດາ

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຫວັງວ່າຈະສືບຕໍ່ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ຊູແອັດ.
  ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ຊູແອັດ Robert Rydberg  

 ຕອນບ່າຍວັນທີ 10 ມິຖຸນາ, ທີ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ຊູແອັດ Robert Rydberg ເຂົ້າຢ້ຽມຂ່ຳນັບໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຫວັງວ່າຈະສືບຕໍ່ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ຊູແອັດ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຊູແອັດ Robert Rydberg ກໍ່ຢັ້ງຢືນວ່າ: ຊູແອັດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປາດຖະໜາຢາກຮັດແໜ້ນການພົວພັນລະຫວ່າງສອງປະເທດກ່ວາອີກ.

  ທ່ານລັດຖະມົນຕີການຕ່າງປະເທດ ບຸ່ນແທັງເຊີນ ກໍ່ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ການາດາ Shawn Perry Steil  

 ແລະ ກໍ່ໃນຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ນແທັງເຊີນ ກໍ່ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ການາດາ Shawn Perry Steil ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຮັບໜ້າທີ່ການທູດຢູ່ ຫວຽດນາມ.

ທ່ານລັດຖະມົນຕີ ບຸ່ນແທັງເຊີນ ຫວັງວ່າ, ໃນອາຍຸການຂອງຕົນທ່ານເອກອັກຄະລັດຖະທູດ ການາດາ Shawn Perry Steil ຈະສືບຕໍ່ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ການາດາ.

ສ່ວນທ່ານເອກອັກຄະລັດຖະທູດ ການາດາ Shawn Perry Steil ຢັ້ງຢືນວ່າ ການາດາ ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຢູ່ພາກພື້ນ. ທ່ານເນັ້ນໜັກວ່າຈະເຮັດວຽກກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ຢ່າງແໜ້ນແຟ້ນ, ໃນນັ້ນມີກະຊວງການຕ່າງປະເທດ, ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດສອງຝ່າຍ, ພາກພື້ນ ແລະ ສາກົນຂອງການພົວພັນສອງຝ່າຍ.


top