ຂ່າວສານ

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ: ແກ້ໄຂການຂັດແຍ້ງ, ຄວາມບໍ່ລົງລອຍກັນ ໂດຍສັນຕິວິທີ, ຕາມກົດບັດ ສປຊ ແລະ ກົດໝາຍສາກົນ

ຕອນຄ່ຳວັນທີ 14 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານ Vladimir Makei ລັດຖະມົນຕີການຕ່າງປະເທດ ເບລາຣຸດ ເພື່ອແລກປ່ຽນກ່ຽວກັບສະພາບການພົວພັນສອງຝ່າຍໃນສະພາບທີ່ປີນີ້ ສອງປະເທດ ຫວຽດນາມ ແລະ ເບລາຣຸດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 30 ປີ (1992 – 2022).
  (ແຫຼ່ງຄັດຈາກ VOV)  

 ລັດຖະມົນຕີສອງທ່ານໄດ້ແລກປ່ຽນກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນ. ກ່ຽວກັບສະພາບການຢູ່ ຢູແກຼນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ຕາມນັ້ນແລ້ວ ແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ປະຕິບັດຕາມຫຼັກການພື້ນຖານຂອງກົດບັດ ສປຊ ແລະ ກົດໝາຍສາກົນ, ໂດຍສະເພາະແມ່ນເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ; ຮຽກຮ້ອງໃຫ້ບັນດາຝ່າຍຮັບປະກັນຄວາມສະຫງົບ, ປອດໄພໃຫ້ແກ່ສາມັນຊົນ ແລະ ປົກປ້ອງພື້ນຖານໂຄງລ່າງທີ່ຈຳເປັນ; ສະໜັບສະໜູນການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳຂອງ ສປຊ ແລະ ບັນດາຄູ່ຮ່ວມມືສາກົນໃຫ້ແກ່ປະຊາຊົນ, ທີ່ໄດ້ຮັບຜົນສະທ້ອນຈາກການປະທະກັນຢູ່ ຢູແກຼນ. ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນການເຄື່ອນໄຫວມະນຸດສະທຳ, ວິວັດທະນາການທາງການທູດ, ການເຈລະຈາ ກໍຄືການຟື້ນຟູ, ສ້າງສາປະເທດຄືນໃໝ່ຢູ່ ຢູແກຼນ.


top