ຂ່າວສານ

ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຢ້ຽມຢາມ ຫວຽດນາມ

ຕາມກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ການຢ້ຽມຢາມຂອງທ່ານ Lavrov ຖືກດຳເນີນໄປໃນໄລຍະເວລາທີ່ສອງປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
  ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov (ພາບ: AFP)  

ວັນທີ 5 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov  ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ເປັນເວລາສອງມື້ (ວັນທີ 5-6 ກໍລະກົດ 2022). ຕາມກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ການຢ້ຽມຢາມຂອງທ່ານ Lavrov ຖືກດຳເນີນໄປໃນໄລຍະເວລາທີ່ສອງປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ຫວຽດນາມ ແລະ ລັດເຊຍ ສ້າງຕັ້ງສາຍພົວພັນທາງການທູດເມື່ອປີ 1950, ຫຼັງຈາກນັ້ນໄດ້ຕັດສິນໃຈຍົກລະດັບຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2011. ພາຍຫຼັງ 11 ປີ, ສອງປະເທດໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ການພົວພັນລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີຜ່ານການແລກປ່ຽນບັນດາຄະນະຜູ້ແທນ ແລະ ບັນດາການພົບປະສອງຝ່າຍໃນທຸກຂັ້ນ. ວົງເງິນການຄ້າສອງຝ່າຍໃນປີ 2020 ບັນລຸ 4,85 ຕື້ USD, ເພີ່ມຂຶ້ນ 9% ເມື່ອທຽບໃສ່ປີ 2019. ໃນປີ 2021, ວົງເງິນການຄ້າສອງສົ້ນຂຶ້ນເຖິງລະດັບ 7,1 ຕື້ USD, ເພີ່ມຂຶ້ນກ່ວາ 25% ເມື່ອທຽບໃສ່ປີ 2020. ຢູ່ ຫວຽດນາມ, ລັດເຊຍ ມີ 151 ໂຄງການດ້ວຍຍອດເງິນລົງທຶນຈົດທະບຽນກ່ວາ 950 ລ້ານ USD.

ໃນການຢ້ຽມຢາມລັດເຊຍ ຢ່າງເປັນທາງການເມື່ອວັນທີ 29 ພະຈິກ ຫາວັນທີ 2 ທັນວາ 2021, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອອກຖະແຫຼງການຮ່ວມກ່ຽວກັບວິໄສທັດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ຮອດປີ 2030, ເພື່ອແນໃສ່ກຳນົດທິດການຮ່ວມມືລະຫວ່າງສອງປະເທດໃນທຸກໆຂົງເຂດ.


top