ຂ່າວສານ

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 7

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຢືນຢັນການຖືເປັນສຳຄັນ ແລະ ການປະກອບສ່ວນຢ່າງມີປະສິດທິຜົນຂອງ ຫວຽດນາມ ສຳລັບການຮ່ວມມື MLC
  ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: TTXVN)  

ວັນທີ 04 ກໍລະກົດ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 7 ໄດ້ດຳເນີນຢູ່ ບາການ, ປະເທດ ມຽນມາ, ດ້ວຍການເຂົ້າຮ່ວມຂອງບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ  ຫວຽດນາມ. ກອງປະຊຸມໄດ້ເນັ້ນໜັກເຖິງບັນດາຫຼັກການຮ່ວມມືເຫັນດີເຫັນພ້ອມ, ສະເໜີພາບ, ທາບທາມຄວາມເຫັນເຊິ່ງກັນແລະກັນ, ແບ່ງປັນຜົນປະໂຫຍດ, ເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ກໍ່ຄືສອດຄ່ອງກັບບັນດາຂໍ້ກຳນົດ ແລະ ກົດໝາຍຂອງແຕ່ລະປະເທດ; ພ້ອມທັງເຫັນດີຊຸກຍູ້ການຮ່ວມມື MLC… ກອງປະຊຸມໄດ້ຮັບຮອງເອົາແຈ້ງການຊື່ມວນຊົນ ແລະ ຖະແຫຼງການ 4 ສະບັບ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານກະສິກຳ, ການປ້ອງກັນ ຕ້ານໄພທຳມະຊາດ, ພາສີ ແລະ ສ້າງຄວາມສະດວກດ້ານການຄ້າ ແລະ ການແລກປ່ຽນລະຫວ່າງພື້ນຖານສີວິໄລ MLC.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຢືນຢັນການຖືເປັນສຳຄັນ ແລະ ການປະກອບສ່ວນຢ່າງມີປະສິດທິຜົນຂອງ ຫວຽດນາມ ສຳລັບການຮ່ວມມື MLC, ພ້ອມທັງສະເໜີ 4 ໝວດມາດຕະການຕົ້ນຕໍກ່ຽວກັບການຮ່ວມມືຟື້ນຟູເສດຖະກິດ; ໜູນຊ່ວຍບັນດາປະເທດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານສະອາດ; ຮ່ວມມືຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນແຫຼ່ງນ້ຳແບບຍືນຍົງ ເພີ່ມທະວີການຮ່ວມມືປະຊາຊົນ, ວັດທະນະທຳ, ກິລາ…


top