ຂ່າວສານ

ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ພົບປະກັບຫົວໜ້າບັນດາອົງການ ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ

ກະຊວງການຕ່າງປະເທດເວົ້າລວມ ແລະ ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເວົ້າສະເພາະ, ຈະສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອກະຊວງຕຳຫຼວດ ເປີດກ້ວາງການພົວພັນຮ່ວມມືສາກົນ
ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ພົບປະກັບຫົວໜ້າບັນດາອົງການ ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ (ພາບ:Việt Cường/VOV)
ຕອນບ່າຍວັນທີ 1 ມີນາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ໄດ້ຈັດການພົບປະກັບ ຫົວໜ້າບັນດາອົງການຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງ ອາຍຸການ 2023 – 2026. ກ່າວຄຳເຫັນນະທີ່ນີ້, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ, ເຊື່ອໝັ້ນວ່າ ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ ຈະເສີມຂະຫຍາຍບົດບາດຄວາມຮັບຜິດຊອບ, ແມ່ນຂົວຕໍ່ເພື່ອພັດທະນາການພົວພັນການຕ່າງປະເທດ ຫວຽດນາມ ກັບປະເທດຕ່າງໆ, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ ແລະ ແມ່ນບ່ອນອີງອັນໜັກແໜ້ນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານລັດຖະມົນຕີ ໂຕເລີມ ກໍ່ປາດຖະໜາວ່າ: ກະຊວງການຕ່າງປະເທດເວົ້າລວມ ແລະ ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເວົ້າສະເພາະ, ຈະສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອກະຊວງຕຳຫຼວດ ເປີດກ້ວາງການພົວພັນຮ່ວມມືສາກົນ, ເພີ່ມທະວີການພົວພັນກັບບັນດາອົງການປ້ອງກັນຄວາມສະຫງົບ, ປະຕິບັດກົດໝາຍຂອງປະເທດຕ່າງໆ, ບັນດາອົງການສາກົນ, ເວທີປາໄສສາກົນກ່ຽວກັບການປ້ອງກັນຄວາມສະຫງົບ, ການປ້ອງກັນ, ຕ້ານອາດຊະຍາກຳ, ການປະຕິບັດກົດໝາຍ.

top