ຂ່າວສານ

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອັງ​ກິດ Dominic Raab

ວັນທີ 13 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ Dominic Raab. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ (ພາບ: ກະຊວງການຕ່າງປະເທດ)

ທີ່ການໂອ້ລົມທາງໂທລະສັບ, ທ່ານ ຟ້າມບິ່ງມິງ ສະເໜີສອງຝ່າຍເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນໃຫ້ເໝາະສົມກັບສະພາບການ, ພ້ອມທັງຮັກສາບັນດາກົນໄກການຮ່ວມມືໃນນັ້ນມີການເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີ ແລະ ສືບຕໍ່ແລກປ່ຽນ, ມຸ່ງໄປເຖິງການລົງນາມສັນຍາການຄ້າເສລີ ຫວຽດນາມ - ອັງກິດ. ທ່ານ ຟ້າມບິ່ງມິງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບ ອັງກິດໃນບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19; ສະເໜີສອງຝ່າຍສືບຕໍ່ຊ່ວຍເຫຼືອຊຶ່ງກັນແລະກັນໃນການປົກປ້ອງພົນລະເມືອງ. ດ້ວຍບົດບາດເປັນປະທານ ອາຊຽນ, ຫວຽດນາມ ສະໜັບສະໜູນບັນດາຄູ່ຮ່ວມມືຢູ່ນອກພາກພື້ນ, ໃນນັ້ນມີ ອັງກິດ, ເພີ່ມທະວີການຮ່ວມມືກັບ ອາຊຽນ ແລະ ຊົມເຊີຍບັນດາປະກອບສ່ວນມີລັກສະນະສ້າງສັນຂອງບັນດາຝ່າຍໃນນັ້ນມີ ອັງກິດ ໃຫ້ແກ່ຄວາມສັນຕິພາບ, ການຮ່ວມມື, ພັດທະນາ, ຮັບປະກັນກົດໝາຍສາກົນຢູ່ພາກພື້ນ ແລະ ໂລກ.

ທ່ານ Dominic Raab ຊີ້ແຈ້ງວ່າ ອັງກິດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດຂອງຕົນຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ອາຊີຕາເວັນອອກສຽງໃຕ້; ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ອັງກິດ ເລິກເຊິ່ງກ່ວາອີກ ໃນທຸກຂົງເຂດ, ເພີ່ມທະວີບັນດາຂໍ້ຕົກລົງສອງຝ່າຍແນໃສຮັກສາທ່ວງທ່າການຮ່ວມມືສອງຝ່າຍເມື່ອ  ອັງກິດຖອນຕົວອອກຈາກສະຫະພາບເອີລົບ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການຄ້າ.

ທ່ານ Dominic Raab ຢັ້ງຢືນວ່າ ອັງກິດ ພ້ອມແລ້ວທິ່ຈະສືບຕໍ່ການຮ່ວມມື ແລະ ສົມທົບຢ່າງແໜ້ນແຟ້ນກັບ ຫວຽດນາມ ຢູ່ໃນບັນດາຂອບເຂດຫຼາຍຝ່າຍ, ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດກໍ່ຄືຢູ່ບັນດາເວທີປາໄສສາກົນຕ່າງໆ; ທ່ານ ປາດຖະໜາວ່າ ຈະຊຸກຍູ້ການພົວພັນລະຫວ່າງ ອາຊຽນ-ອັງກິດ ແລະ ສະເໜີ ຫວຽດນາມ ສະໜັບສະໜູນ ອັງກິດ ພັດທະນາການຮ່ວມມື ອັງກິດ-ອາຊຽນ.

(ແຫຼ່ງຄັດຈາກ VOV)


top