ຂ່າວສານ

ທ່ານລັດຖະມົນຕີ ໂຕເລີມ ຮັບຕ້ອນທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ Israel ປະຈໍາ ສສ ຫວຽດນາມ

ທ່ານ ພົນເອກ ໂຕ່ ເລີມ, ລັດຖະມົນຕີ ກະຊວງຕໍາຫຼວດ ຫວຽດນາມ ໄດສະແດງຄວາມຊົມເຊີຍທີ່ ທ່ານ ເອກອັກຄະລັດຖະທູດໄດ້ມາດໍາລົງອາຍຸການໃໝ່ ຢູ່ ສສ ຫວຽດນາມ ແລະ ອວຍພອນໄຊໃຫ້ທ່ານຈົ່ງປະສົບຜົນສໍາເລັດໃນອາຍຸການນີ້, ປະກອບສ່ວນຊຸກຍູ້ການພົວພັນອັນດີງາມລະຫວ່າງສອງປະເທດເວົ້າລວມ
  ພົນເອກ ໂຕ່ ເລີມ ແລະ ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ Israel ປະຈໍາ ສສ ຫວຽດນາມ ຢາຣອນ ມາເຢີ  

ໃນຕອນບ່າຍວັນທີ 29 ກັນຍາຢູ່ພິທີຕ້ອນຮັບທ່ານ ຢາຣອນ ມາເຢີ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ Israel ປະຈໍາ ສສ ຫວຽດນາມ, ມາຢ້ຽມຂໍ່ານັບ ເນື່ອງໃນໂອກາດເລີ່ມອາຍຸການຢູ່ ສສ ຫວຽດນາມ, ທ່ານ ພົນເອກ ໂຕ່ ເລີມ, ລັດຖະມົນຕີ ກະຊວງຕໍາຫຼວດ ຫວຽດນາມ ໄດສະແດງຄວາມຊົມເຊີຍທີ່ ທ່ານ ເອກອັກຄະລັດຖະທູດໄດ້ມາດໍາລົງອາຍຸການໃໝ່ ຢູ່ ສສ ຫວຽດນາມ ແລະ ອວຍພອນໄຊໃຫ້ທ່ານຈົ່ງປະສົບຜົນສໍາເລັດໃນອາຍຸການນີ້, ປະກອບສ່ວນຊຸກຍູ້ການພົວພັນອັນດີງາມລະຫວ່າງສອງປະເທດເວົ້າລວມ, ລະຫວ່າງກະຊວງຕໍາຫຼວດ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ ຂອງ ປະເທດ Israel ເວົ້າສະເພາະໃຫ້ຫຼາຍກວ່າອີກ. ທ່ານ ລັດຖະມົນຕີ ໂຕ່ ເລີມ ເຊື່ອໝັ້ນວ່າ ປີ 2023 ຈະເປັນຂີດໝາຍອັນສໍາຄັນ ເມື່ອສອງປະເທດ ຈະພ້ອມກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດ ຫວຽດນາມ- Israel, ຜ່ານນັ້ນ, ກໍ່ເປັນການປະກອບສ່ວນສ້າງກໍາລັງໜູນໃໝ່ ໃຫ້ແກ່ການພັດທະນາການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດພາກພື້ນການຮ່ວມມື.

ສ່ວນທ່ານເອກອັກຄະລັດຖະທູດ ຢາຣອນ ມາເຢີ ໄດ້ຢືນຢັນວ່າ, ບົນຖານະຕໍາແໜ່ງໃໝ່ນີ້ ຈະແມ່ນຂົວເຊື່ອມຕໍ່ເພີ່ມທະວີຄວາມເຂົ້້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ສົມທົບການແລກປ່ຽນປະສົບການ, ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງຝ່າຍ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະ ພິເສດແມ່ນໃນຂົງເຂດການຮ່ວມມືກ່ຽວກັບດ້ານການປ້ອງກັນຄວາມສະຫງົບ.


top