ຂ່າວສານ

ທ່ານຟານວັນຂາຍ ອະດີດນາຍົກລັດຖະມົນຕີຫວຽດນາມເຖິງແກ່ມໍລະນະກຳ

ທ່ານ ຟານວັນຂາຍ, ອະດີດກຳມະການກົມການເມືອງ, ອະດີດນາຍົກລັດຖະມົນຕີຫວຽດນາມ ໄດ້ເຖິງແກ່ມໍລະນະກຳ ເວລາ 1 ໂມງ 30 ນາທີ ຕອນເຊົ້າວັນທີ 17 ມີນາ ຢູ່ ນະຄອນ ໂຮ່ຈິມີນ.

ທ່ານ ຟານວັນຂາຍ 

ທ່ານ ຟານວັນຂາຍເກີດວັນທີ 25 ມັງກອນປີ 1933. ທ່ານຟານວັນຂາຍ ແມ່ນການນຳຂັ້ນສູງ ຂອງພັກ ແລະ ລັດຫວຽດນາມ ໃນໄລຍະທຳອິດແຫ່ງກິດຈະການປ່ຽນແປງໃຫມ່ ແລະ ພັດທະນາປະເທດຊາດ. ທ່ານ ຟານວັນຂາຍ ແມ່ນຜູ້ມີຄວາມຕັ້ງຫນ້າ ແລະ ຕັດສິນໃຈສ້າງລະບອບນະໂຍບາຍຕາມເນື້ອໃນຈິດໃຈປ່ຽນໃຫມ່, ເສີມຂະຫຍາຍຄວາມສາມາດຂອງທຸກພາກສ່ວນເສດຖະກິດ, ພິເສດ ແມ່ນເສດຖະກິດພາກເອກະຊົນ, ໄປຄຽງຄູ່ກັບການເປີດປະຕູ, ເຊື່ອມໂຍງເຂົ້າກັບສາກົນ.  ໃນວຽກງານການຕ່າງປະເທດ, ທ່ານນາຍົກລັດຖະມົນຕີ ຟານວັນຂາຍ ແມ່ນຜູ້ທີ່ມີບັນດາການປະກອບສ່ວນສຳຄັນພິເສດ. ທ່ານ ເຈີນດຶກງວຽນ, ຜູ້ຊ່ວຍວຽກທ່ານນາຍົກລັດຖະມົນຕີ ຟານວັນຂາຍ ຕີລາຄາວ່າ:

        “ທ່ານນາຍົກລັດຖະມົນຕີ ຟານວັນຂາຍ ແມ່ນຜູ້ປະກອບສ່ວນເຂົ້າໃນການເປີດກວ້າງການພົວພັນການຕ່າງປະເທດ, ເປັນຕົ້ນແມ່ນການພົວພັນກັບ ອາເມລິກາ. ໃນໄລຍະທີ່ທ່ານນາຍົກລັດຖະມົນຕີ ຟານວັນຂາຍ ດຳລົງຕຳແຫນ່ງ ແມ່ນໄລຍະ ຫວຽດນາມ ເຊື່ອມຕໍ່ການພົວພັນກັບບັນດາອົງການຈັດຕັ້ງສາກົນຄືນໃຫມ່ ຄື: WB, IMF, ADB ນອກນັ້ນກໍ່ແມ່ນໄລຍະສ້າງການພົວພັນກັບ ອາເມລິກາເປັນປົກກະຕິ ແລະ ຫວຽດນາມ ເປັນເຈົ້າພາບຈັດຕັ້ງປີ APEC 2006.”

        ເພື່ອຈົດຈຳບັນດາການອຸທິດສ່ວນຂອງທ່ານນາຍົກລັດຖະມົນຕີ ຟານວັນຂາຍໃນພາລະກິດປະຕິວັດຫວຽດນາມ, ພັກ ແລະ ລັດຫວຽດນາມ ໄດ້ມອບຫລຽນໄຊດາວເຫລືອງ, ຫລຽນກາ 55 ປີເປັນສະມາຊິກພັກ (ປີ 2014).

(ແຫຼ່ງຄັດຈາກ VOV)



top