ຂ່າວສານ

ທ່ານຜູ້ຟັງ 3 ທ່ານທີ່ມີບົດເສັງດີທີ່ສຸດຈະໄດ້ຮັບເຊີນໃຫ້ໄປທ່ອງທ່ຽວຢູ່ ຫວຽດນາມ ເປັນເວລາ 5 ວັນໂດຍບໍ່ເສຍຄ່າ

      ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 336 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 35 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວໃນນັ້ນ, ທ່ານຜູ້ຟັງລາວ ຫລາຍຄົນໄດ້ສົ່ງຈົດໝາຍມາແບ່ງປັນຄວາມຮູ້ສຶກ, ຢາກຮູ້ຂ່າວຄາວກ່ຽວກັບການພົວພັນ ຫວຽດນາມ - ລາວ ໃນອາທິດຜ່ານມາ. 
            ໃນລາຍການ ໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.
            ໃນອາທິດ, ເພື່ອນ ຈັນດອນ, ເພື່ອນ ປານຸສອນ ແລະ ເພື່ອນ ອະນຸສິດ  ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ຂອບໃຈລາຍການພາກພາສາລາວພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແກ້ໄຂຄວາມຂ້ອງໃຈໃຫ້ແກ່ພວກຂ້າພະເຈົ້າ ກ່ຽວກັບການເສັງ ເພື່ອນຮູ້ຫຍັງແດ່ ກ່ຽວກັບ ຫວຽດນາມ 2020”.
            ເພື່ອນ ຈັນດອນ, ເພື່ອນ ປານຸສອນ ແລະ ເພື່ອນ ອະນຸສິດ ທີ່ຮັກແພງ! ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ຍັງມີເວລາພຽງແຕ່ 3 ອາທິດກ່ວາ ຈະສິ້ນສຸດລົງແລ້ວ, ສ່ວນລາງວັນມີຄື: ທ່ານຜູ້ຟັງ 3 ທ່ານທີ່ມີບົດເສັງດີທີ່ສຸດຈະໄດ້ຮັບເຊີນໃຫ້ໄປທ່ອງທ່ຽວຢູ່ ຫວຽດນາມ ເປັນເວລາ 5 ວັນໂດຍບໍ່ເສຍຄ່າ. ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມການເສັງລ້ວນແຕ່ຈະໄດ້ຮັບໃບຢັ້ງຢືນ. ພິເສດ, ທ່ານຜູ້ຟັງທ່ານໃດ ມີບົດເສັງທີ່ເວົ້າເຖິງສະພາບການຕໍ່ສູ້ຕ້ານພະຍາດໂຄວິດ-19 ຂອງ ຫວຽດນາມ, ຈະໄດ້ຮັບລາງວັນສະເພາະຈາກວິທະຍຸກະຈາຍສຽງຫວຽດນາມ. ເພື່ອຊອກຮູ້ລາຍລະອຽດເພີ່ມເຕີມ, ເຊີນທ່ານເຂົ້າໄປເບິ່ງໃນລາຍການໂອ້ລົມກັບເພື່ອນລາວ, ລາຍການຫວຽດນາມ - ລາວ ຜ່ານເວັບໄຊ vovworld.vn.
             ເພື່ອນ ເພັດສະຫວັນ ແລະ ເພື່ອນ ເບັ້ນ ພິມມະສອນ ນັກສຶກສາປີສຸດທ້າຍພະແນກເສດຖະສາດ ສັງກັດມະຫາວິທະຍາໄລແຫ່ງຊາດ ລາວ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ພວກຂ້າພະເຈົ້າພວມຂຽນບົດວິທະຍານິພົນຈົບຊັ້ນ ໃນນັ້ນ ເນື້ອໃນສ່ວນໜຶ່ງແມ່ນກ່ຽວຂ້ອງເຖິງວົງເງິນການຄ້າສົ່ງອອກຂອງ ຫວຽດນາມ. ດັ່ງນັ້ນ ຢາກໃຫ້ທາງລາຍການຊ່ວຍພວກຂ້າພະເຈົ້າຊອກຮູ້ຂໍ້ມູນ ກ່ຽວກັບວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2020 ຕື່ມອີກແດ່ໄດ້ບໍ? ຂໍຂອບໃຈ”.

(ພາບປະກອບ)
      ເພື່ອນ ເພັດສະຫວັນ ແລະ ເພື່ອນ ເບັ້ນ ພິມມະສອນ ທີ່ຮັກແພງ! ເພື່ອໃຫ້ມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບວົງເງິນການຄ້າສົ່ງອອກຂອງ ຫວຽດນາມ, ພວກເພື່ອນສາມາດຕິດຕໍ່ໂດຍກົງກັບທູດການຄ້າ ຫວຽດນາມ ປະຈຳ ລາວ . ເຖິງຢ່າງໃດກໍ່ຕາມ, ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ ທາງລາຍການຈະແນະນຳໂດຍສັງເຂດກ່ຽວກັບສະພາບການສົ່ງອອກຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2020 ເພື່ອໃຫ້ພວກເພື່ອນສາມາດເຂົ້າໃຈໄດ້ສ່ວນໃດສ່ວນໜຶ່ງຕື່ມອີກ. ຕາມກົມໃຫຍ່ສະຖິຕິ ຫວຽດນາມ ແລ້ວ, ໄລ່ລວມໃນ 6 ເດືອນຕົ້ນປີ 2020, ຍອດວົງເງິນການຄ້າສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ບັນລຸ 238,4 ຕື້ USD, ຫລຸດລົງ 2,1% ເມື່ອທຽບໃສ່ໄລຍະດຽວກັນປີ 2019. ໃນນັ້ນ, ການສົ່ງອອກບັນລຸ 121,2 ຕື້ USD, ຫລຸດລົງ 1,1%; ການນຳເຂົ້າບັນລຸ 117,2 ຕື້ USD, ຫລຸດລົງ 3%. ຍ້ອນການນຳເຂົ້າຫລຸດລົງຫລາຍກ່ວາ, ສະນັ້ນ ໃນ 6 ເດືອນຕົ້ນປີ ພື້ນຖານເສດຖະກິດ ຫວຽດນາມ ຈຶ່ງສົ່ງອອກເກີນດຸນ 4 ຕື້ USD. ການສົ່ງອອກເກີນດຸນຫລາຍ ຈະໜູນຊ່ວຍໃຫ້ແກ່ການສະສົມເງິນຕາຕ່າງປະເທດ, ດຸນການຊຳລະເງິນສາກົນ ແລະ ອັດຕາແລກປ່ຽນເງິນດົ່ງ ຫວຽດນາມ. ນີ້ແມ່ນຈຸດພົ້ນເດັ່ນທີ່ເປັນໜ້າຊື່ນຊົມ ຂອງພື້ນຖານເສດຖະກິດໃນ 6 ເດືອນຕົ້ນປີ 2020.
            ເພື່ອນ ນິກອນ ແກ້ວປັນຍາ ທີ່ຮັກແພງ! ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ວັນທີ 05 ກໍລະກົດ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານລາວ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 05-06 ກໍລະກົດ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳຂັ້ນສູງຕ່າງປະເທດມາ ຫວຽດນາມ ນັບແຕ່ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດ, ສະແດງໃຫ້ເຫັນການພົວພັນແບບພິເສດ ຫວຽດນາມ - ລາວ ກໍ່ຄືເລື່ອງ 2 ປະເທດຄວບຄຸມໂລກລະບາດໂຄວິດ-19 ໄດ້ເປັນຢ່າງດີ. ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 05 ກໍລະກົດ, ນາຍົກລັດຖະມົນຕີ 2 ທ່ານໄດ້ດຳເນີນກອງປະຊຸມພົບປະເຈລະຈາ ເພື່ອແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ ຫວຽດນາມ ທີ່ໄດ້ແບ່ງປັນ, ໜູນຊ່ວຍອຸປະກອນການແພດ, ຈັດສົ່ງນັກຊ່ຽວຊານການແພດໄປຊ່ວຍ ລາວ ປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ແຕ່ຫົວທີ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ (ພາບ: VGP)
      ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຫາກໍ່ປະກາດຮັບສະໝັກເອົານັກຮຽນ, ນັກສຶກສາໄປຮຽນຢູ່ ລາວ ຕາມຮູບແບບທຶນການສຶກສາຂອງສັນຍາປີ 2020 ໃຫ້ແກ່ພົນລະເມືອງ ຫວຽດນາມ 60 ທຶນ. ຕາມນັ້ນແລ້ວ, ໃນຈຳນວນ 60 ທຶນນັ້ນລວມມີ: ທຶນການສຶກສາລະດັບປະລິນຍາໂທ 5 ທຶນ; ລະດັບປະລິນຍາຕີ ແລະ ທຶນການສຶກສາບຳລຸງສ້າງພາສາລາວໄລຍະສັ້ນ (ລະດັບ 2 ປີ) 55 ທຶນ. ເວລາກໍ່ສ້າງລວມມີ: ຫຼັກສູດປະລິນຍາຕີແມ່ນ 5 ປີ; ຫຼັກສູດປະລິນຍາໂທແມ່ນ 3 ປີ; ຫຼັກສູດບຳລຸງສ້າງພາສາລາວໄລຍະສັ້ນແມ່ນ 2 ປີ.
            ຫວ່າງແລ້ວນີ້, ທ່ານ ຫງວຽນດັງຮຸ່ງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫລວງພະບາງ  ແລະ ທ່ານ ເພັດຖາວອນ ພິລະວັນ ເລຂາຄະນະພັກ, ເຈົ້າແຂວງແຂວງຫລວງນ້ຳທ່າ ໄດ້ເປັນສັກຂີພິຍານພິທີເຊັນສັນຍາໂຄງການກໍ່ສ້າງສູນປ້ອງກັນ, ຕ້ານ ແລະ ປິ່ນປົວພະຍາດໄຂ້ຍຸງ, ຢູ່ໂຮງໝໍແຂວງ ຫລວງນ້ຳທາ. ໂຄງການກໍ່ສ້າງສູນດັ່ງກ່າວ ແມ່ນການຊ່ວຍເຫຼືອລ້າຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຝູເຖາະ ເຊິ່ງມີມູນຄ່າການກໍ່ສ້າງທັງໝົດແມ່ນ 433.819 USD ໂດຍບໍລິສັດກໍ່ສ້າງຂົວທາງ ສົມປະສົມ ເປັນຜູ້ຮັບເໝົາ ແລະ ກໍ່ສ້າງໃຫ້ສຳເລັດພາຍໃນເວລາ 12 ເດືອນ.
       ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.
 (ແຫຼ່ງຄັດຈາກ VOV)
 
 



top