ທ່ານຫງວຽນຊັນຟຸກປາດຖະໜາວ່າ ປຊຊ ນະຄອນ ໂຮ່ຈິມິນ ເວົ້າລວມ ແລະ ສອງເມືອງ ຮອກມົນ ແລະ ກູຈີ ເວົົ້າສະເພາະ ຈະເສີມຂະຫຍາຍມູນເຊື້ອວິລະຊົນ, ນ້ຳໃຈສາມັກຄີ, ຮັກແພງກັນ, ຊ່ວຍເຫຼືອຊື່ງກັນ ແລະ ກັນ ໃນການປ້ອງກັນ, ຕ້ານ ໂລກລະບາດໂຄວິດ.
ຕອນບ່າຍ ວັນທີ 29 ກໍລະກົດ, ຢູ່ນະຄອນ ໂຮ່ຈິມິນ, ທ່ານປະທານປະເທດ ຫງວຽນຊັນຟຸກ ໄດ້ໄປຢື້ຢາມຖາມຂ່າວ, ປຸກລະດົມກຳລັງໃຈການນຳ, ປຊຊ ນະຄອນ ໂຮ່ຈິມິນ ທີ່ພວມມານະພະຍາຍາມ ປ້ອງກັນ, ຕ້ານ ໂລກລະບາດໂຄວິດ 19, ໃນນັ້ນມີສອງເມືອງ ຮອກມົນ ແລະ ກູຈີ; ຢ້ຽມຢາມຖັນແຖວແພດໝໍ, ກຳລັງຕຳຫຼວດ, ທະຫານ ແລະ ບັນດາກຳລັງ ປ້ອງກັນ, ຕ້ານ ໂລກລະບາດອື່ນໆ. ທ່ານຫງວຽນຊັນຟຸກປາດຖະໜາວ່າ ປຊຊ ນະຄອນ ໂຮ່ຈິມິນ ເວົ້າລວມ ແລະ ສອງເມືອງ ຮອກມົນ ແລະ ກູຈີ ເວົົ້າສະເພາະ ຈະເສີມຂະຫຍາຍມູນເຊື້ອວິລະຊົນ, ນ້ຳໃຈສາມັກຄີ, ຮັກແພງກັນ, ຊ່ວຍເຫຼືອຊື່ງກັນ ແລະ ກັນ ໃນການປ້ອງກັນ, ຕ້ານ ໂລກລະບາດໂຄວິດ, ພິເສດແມ່ນການປະຕິບັດຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນດີໃຫ້ເປັນຢ່າງດີ:
ໃນຕະຫຼອດໄລຍະຜ່ານມາທີ່ໄດ້ປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16, ປະຊາຊົນ ໄດ້ປະຕິບັດບັນດາແຜນນະໂຍບາຍເປັນຢ່າງດີທີ່ສຸດ, ການນຳທ້ອງຖິ່ນໄດ້ຍົກອອກບັນດາມາດຕະການທີ່ມີປະໂຫຍດ, ແທດຈິງ, ບັນລຸປະສິດທິຜົນ, ຫລຸດຜ່ອນຄວາມເສຍຫາຍດ້ານຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນໃນລະດັບຕ່ຳສຸດ. ບໍ່ມີການຊີ້ນຳນີ້ ກໍ່ຈະຖືກເສຍຫາຍຫຼາຍກ່ວາ.
(ແຫຼ່ງຄັດຈາກ VOV)