ຂ່າວສານ

ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໂດ​ວັນ​ຈຽນ ຢ້ຽມ​ຢາມ​ໂຮງ​ຮຽນ​ສອງ​ພາ​ສາ ລາວ ຫວຽດ ຫງວຽນ​ຢຸ

ທ່ານ ໂດວັນຈຽນ ຫວັງວ່າໝູ່ຄະນະພະນັກງານ, ຄູສອນຈະສືບຕໍ່ສ້າງໂຮງຮຽນກາຍເປັນສະຖານທີ່ ທີ່ໄດ້ຮັບການຄວາມໄວ້ວາງໃຈຈາກພໍ່ແມ່ພີ່ນ້ອງນັກຮຽນ.

ທ່ານ ໂດວັນຈຽນ ຫວັງວ່າໝູ່ຄະນະພະນັກງານ, ຄູສອນຈະສືບຕໍ່ສ້າງໂຮງຮຽນກາຍເປັນສະຖານທີ່ ທີ່ໄດ້ຮັບການຄວາມໄວ້ວາງໃຈຈາກພໍ່ແມ່ພີ່ນ້ອງນັກຮຽນ.

    

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນມອບເຄື່ອງຄອມພິວເຕີ  ແລະ ເຄື່ອງພິມ 5 ຊຸດ ໃຫ້ໂຮງຮຽນ ສອງພາສາ ລາວ - ຫວຽດ ຫງວຽນຢູ

ໃນຂອບເຂດໂຄງການຢ້ຽມຢາມມິດຕະພາບລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 28 ກໍລະກົດ ຢູ່ນະຄອນຫຼວງວຽງຈັນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ໄດ້ໄປຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢຸ.

ທ່ານໂດວັນຈຽນ ຫວັງວ່າໝູ່ຄະນະພະນັກງານ, ຄູສອນຈະສືບຕໍ່ສ້າງໂຮງຮຽນກາຍເປັນສະຖານທີ່ ທີ່ໄດ້ຮັບການຄວາມໄວ້ວາງໃຈຈາກພໍ່ແມ່ພີ່ນ້ອງນັກຮຽນ. ທ່ານໂດວັນຈຽນ ໄດ້ມອບເຄື່ອງຄອມພິວເຕີ  ແລະ ເຄື່ອງພິມ 5 ຊຸດ ໃຫ້ໂຮງຮຽນ ສອງພາສາ ລາວ - ຫວຽດ ຫງວຽນຢູ.

ໂດຍນອນຢູ່ໃນບໍລິເວນ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢຸ ໄດ້ກໍ່ສ້າງແຕ່ປີ 2005. ໂຮງຮຽນໂດຍສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນຄຸ້ມຄອງ, ພາຍໃຕ້ການຊີ້ນຳກັບດ້ານວິຊາການ ຂອງກະຊວງສຶກສາ ແລະ ກິລາ ລາວ. ປັດຈຸບັນ, ໂຮງຮຽນມີນັກຮຽນ 1000 ກ່ວາຄົນ.

(ແຫຼ່ງຄັດຈາກ VOV)


top