ຂ່າວສານ

ທ່ານປະທານາທິບໍດີລັດເຊຍ V.Putin ປະຕິເສດຂໍ້ກ່າວຫາລັດເຊຍບຸກໂຈມຕີທາງເຄືອຂ່າຍອິນເຕີເນັດເລັ່ງໃສ່ອາເມລິກາ

      ໃນວັນທີ 13 ມິຖຸນາ, ສຳນັກຂ່າວສານ Interfax ໄດ້ຄັດສະເໜີຄຳເວົ້າຂອງທ່ານປະທານາທິບໍດີ Putin ໂດຍໃຫ້ຮູ້ວ່າທ່ານຫວັງວ່າການພົບປະສຸດຄັ້ງຍອດກັບຄູ່ຮ່ວມຕຳແໜ່ງ ອາເມລິກາ Joe Biden ຈະຊ່ວຍສ້າງການເຈລະຈາລະຫວ່າງສອງປະເທດ ແລະ ຟື້ນຟູບັນດາການຕິດຕໍ່ພົວພັນລະຫວ່າງການນຳສອງທ່ານ
ທ່ານປະທານາທິບໍດີລັດເຊຍ Vladimir Putin (ພາບ: TTXVN)
      ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ປະຕິເສດບັນດາຂໍ້ກ່າວຫາວ່າລັດເຊຍ ຢືນຢູ່ເບື້ອງຫຼັງບັນດາເຫດບຸກໂຈມຕີທາງເຄືອຂ່າຍອິນເຕີເນັດທີ່ເລັ່ງໃສ່ອາເມລິກາ. ເມື່ອຕອບສຳພາດຕໍ່ນັກຂ່າວຂອງ NBC News ໃນວັນທີ 14 ມິຖຸນາ ກ່ຽວກັບເລື່ອງ ລັດເຊຍ ພວມດຳເນີນ “ສົງຄາມທາງເຄືອຂ່າຍອິນເຕີເນັດ” ຕ້ານ ອາເມລິກາ ຫຼືບໍ່, ທ່ານປະທານາທິບໍດີ Putin ໄດ້ປະຕິເສດດ້ວຍການອ້າງຜົນວ່ານີ້ແມ່ນຂໍ້ກ່າວຫາທີ່ບໍ່ມີຫຼັກຖານ ແລະ ແຕ່ດົນນານມາແລ້ວ, ຍາມໃດ ລັດເຊຍ ກໍ່ຖືກກ່າວຫາແບບ“ເວົ້າຈາ”ກ່ຽວກັບການແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ, ບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ.
            ກ່ອນໜ້ານັ້ນ, ໃນວັນທີ 13 ມິຖຸນາ, ສຳນັກຂ່າວສານ Interfax ໄດ້ຄັດສະເໜີຄຳເວົ້າຂອງທ່ານປະທານາທິບໍດີ Putin ໂດຍໃຫ້ຮູ້ວ່າທ່ານຫວັງວ່າການພົບປະສຸດຄັ້ງຍອດກັບຄູ່ຮ່ວມຕຳແໜ່ງ ອາເມລິກາ Joe Biden ຈະຊ່ວຍສ້າງການເຈລະຈາລະຫວ່າງສອງປະເທດ ແລະ ຟື້ນຟູບັນດາການຕິດຕໍ່ພົວພັນລະຫວ່າງການນຳສອງທ່ານ. ຄາດວ່າການນຳສອງປະເທດ ລັດເຊຍ ແລະ ອາເມລິກາ ຈະມີການພົບປະຄັ້ງສຸດຍອດຢູ່ເຊີແນວ (ປະເທດສະວິດ) ໃນວັນທີ 16 ມິຖຸນາຈະມາເຖິງ.
 (ແຫຼ່ງຄັດຈາກ VOV)


top