ຂ່າວສານ

ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະສຸມໃສ່ໂລກລະບາດໂຄວິດ - 19 ແລະ ຈີນ ຢູ່ກອງປະຊຸມການນຳກຸ່ມ G7

      ກອງປະຊຸມທາງອອນລາຍໃນວັນທີ 19 ກຸມພາ ແມ່ນກອງປະຊຸມຄັ້ງທຳອິດຂອງທ່ານ ປະທານາທິບໍດີ Joe Biden ກັບການນຳບັນດາປະເທດຕ່າງໆໃນກຸ່ມ G7 ລວມມີ ອັງກິດ, ຍີ່ປຸ່ນ, ຝລັ່ງ, ເຢຍລະມັນ, ອີຕາລີ ແລະ ການາດາ.
ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Reuters)
      ກອງປະຊຸມບັນດາການນຳ 7 ປະເທດອຸດສາຫະກຳພັດທະນາ (G7) ຈະຈັດຂຶ້ນຕາມຮູບການທາງອອນລາຍໃນວັນທີ 19 ກຸມພາ (ຕາມເວລາ ອາເມລິກາ). ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະເຂົ້າຮ່ວມເຫດການນີ້, ເຊິ່ງຄາດວ່າ ຈະສຸມໃສ່ບັນດາຫົວຂໍ້ກ່ຽວກັບ ໂຄວິດ - 19 ແລະ ຈີນ.
        ວັນທີ 18 ກຸມພາ, ທ່ານ Jen Psaki ໂຄສົກທຳນຽບຂາວ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Joe Biden ຈະປຶກສາຫາລືກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ໃນທົ່ວໂລກ ລວມມີ ການຜະລິດວັກຊິນ, ແຈກຢາຍແຫຼ່ງສະໜອງ ແລະ ຄວາມມານະພະຍາຍາມປ້ອງກັນ, ຕ້ານການລະບາດຄືນໃໝ່. ທ່ານປະທານາທິບໍດີ Joe Biden ກໍ່ຈະປຶກສາຫາລືບັນດາມາດຕະການຟື້ນຟູເສດຖະກິດທົ່ວໂລກ ແລະ ຄວາມສຳຄັນໃນການອັບເດດບັນດາບົດບາດທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍດ້ານເສດຖະກິດຄືບັນດາສິ່ງທ້າທາຍຈາກ ຈີນ.
        ກອງປະຊຸມທາງອອນລາຍໃນວັນທີ 19 ກຸມພາ ແມ່ນກອງປະຊຸມຄັ້ງທຳອິດຂອງທ່ານ ປະທານາທິບໍດີ Joe Biden ກັບການນຳບັນດາປະເທດຕ່າງໆໃນກຸ່ມ G7 ລວມມີ ອັງກິດ, ຍີ່ປຸ່ນ, ຝລັ່ງ, ເຢຍລະມັນ, ອີຕາລີ ແລະ ການາດາ.
 (ແຫຼ່ງຄັດຈາກ VOV)


top