ຂ່າວສານ

ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk yeol ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫງວຽນຊວັນຟຸກ ຢ່າງສົມກຽດ

ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕາມພິທີທາງການສູງສຸດ.
  (ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ ໄດ້ດຳເນີນການເຈລະຈາ)  

ໂດຍໄດ້ຮັບຄຳເຊີນຈາກທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 04 – 06 ທັນວາ. ຕອນບ່າຍວັນທີ 05 ທັນວາ, ຢູ່ນະຄອນຫຼວງ ເຊີອຸນ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕາມພິທີທາງການສູງສຸດ.

ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ ໄດ້ດຳເນີນການເຈລະຈາ.


top