ຂ່າວສານ

ທ່ານປະທານາທິບໍດີ Donald Trump ຕີລາຄາສູງບາດກ້າວພັດທະນາໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ

      ວັນທີ 17 ກັນຍາ, ທ່ານ ຮ່າກິມງັອກ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ  ສສ.ຫວຽດນາມ ປະຈໍາ ອາເມລິກາ ໄດ້ຍື່ນສານແຕ່ງຕັ້ງຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ຂຶ້ນເຖິງ ທ່ານປະທານາທິບໍດີອາເມລິກາ Donald Trump. 

ທ່ານ ຮ່າກິມງັອກ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມຫວຽດນາມ ປະຈໍາ ອາເມລິກາ
ຍື່ນສານແຕ່ງຕັ້ງ ຂຶ້ນເຖິງ ທ່ານປະທານາທິບໍດີອາເມລິກາ Donald Trump 
      ທີ່ການຕ້ອນຮັບ ທ່ານ ຮ່າກິມງັອກ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ຫວຽດນາມ ທີ່ທໍານຽບຂາວ, ທ່ານປະທານາທິບໍດີ Donald Trump ໄດ້ຕີລາຄາສູງບັນດາບາດກ້າວພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ. ທ່ານປະທານາທິບໍດີ Donald Trump ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຮັບຕ້ອນຢ່າງສົມກຽດ ເຊິ່ງລັດ ແລະ ປະຊາຊົນຫວຽດນາມໄດ້ສະຫງວນໃຫ້ແກ່ທ່ານ ໃນການຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງ ເວທີປາໄສກ່ຽວກັບການຮ່ວມມືດ້ານ ເສດຖະກິດ ອາຊີ - ປາຊີຟິກ (APEC) ເມື່ອເດືອນ ພະຈິກ 2017, ອັນໄດ້ສ້າງຄວາມປະທັບໃຈອັນດີງາມຕໍ່ທ່ານ, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງການນໍາ ແລະ ປະຊາຊົນຫວຽດນາມອີກດ້ວຍ.
        ທ່ານ ຮ່າກິມງັອກ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ  ສສ.ຫວຽດນາມ ກໍໄດ້    ຕີລາຄາສູງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ທີ່ພວມພັດທະນາຢ່າງແຮງ ແລະ ຂະຫຍັນຂັນເຄື່ອນກວ່າເວລາໃດໝົດ ຍ້ອນສອງຝ່າຍມີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ມີການຮ່ວມມືທີ່ມີປະສິດທິຜົນໃນຫຼາຍຂົງເຂດ, ນັບທັງການພົວພັນສອງຝ່າຍ ກໍຄືບັນດາບັນຫາໃນພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບອາເມລິກາ ເພີ່ມທະວີການຮ່ວມມືຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ,ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ,ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)


top