ຂ່າວສານ

ທ່ານປະທານາທິບໍດີ Donald Trump ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບການເຈລະຈາການຄ້າຂັ້ນສູງ ລະຫວ່າງ ອາເມລິກາ - ຈີນ

      ວໍຊີງຕັນ ໄດ້ສົ່ງບັນຊີລາຍຊື່ບັນດາຄໍາຮຽກຮ້ອງຕ້ອງການຫຼາຍຢ່າງໃຫ້ຈີນ

ທ່ານປະທານາທິບໍດີ Donald Trump ກ່່າວຄໍາປາໄສຕໍ່ວົງການສື່ມວນຊົນ (ພາບ: TTXVN)
      ວັນທີ 10 ມັງກອນ,  ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ປະເທດນີ້ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ຕໍ່ ຈີນ ກ່ຽວກັບບັນຫາດ້ານການຄ້າ, ພາຍຫຼັງ 01 ວັນ ເມື່ອເຈົ້າໜ້າທີ່ສອງປະເທດສິ້ນສຸດການເຈລະຈາດ້ານການຄ້າ ເຊິ່ງຖືກດໍາເນີນມາເປັນເວລາ 03 ວັນຢູ່ ປັກກິ່ງ. ທ່ານປະທານາທິບໍດີ Donald Trump ໄດ້ກ່່າວຄໍາປາໄສດັ່ງກ່າວ ຕໍ່ວົງການສື່ມວນຊົນ ເມື່ອທ່ານອອກຈາກ ທໍານຽບຂາວ ເພື່ອເດີນທາງໄປຢ້ຽມຢາມເຂດຊາຍແດນຕິດກັບ ເມັກຊີໂກ, ແຕ່ບໍ່ໄດ້ເປີດເຜີຍລະອຽດ. ກ່ອນໜ້ານັ້ນ,  ວໍຊີງຕັນ ໄດ້ສົ່ງບັນຊີລາຍຊື່ບັນດາຄໍາຮຽກຮ້ອງຕ້ອງການຫຼາຍຢ່າງໃຫ້ຈີນ. ບັນຊີລາຍຊື່ດັ່ງກ່າວລວມມີ ບັນດາການປ່່ຽນແປງນະໂຍບາຍຂອງຈີນ ກ່ຽວກັບການປົກປ້ອງຊັບສິນທາງປັນຍາ, ຖ່າຍທອດເຕັກໂນໂລຢີ, ການຊ່ວຍໜູນໃນຂະແໜງອຸດສາຫະກໍາ ແລະ ບັນດາຮົ້ວກີດຂວາງໃນການຍົກເວັ້ນພາສີສໍາລັບດ້ານການຄ້າ.
 (ແຫຼ່ງຄັດຈາກ VOV)

top