ຂ່າວສານ

ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ເລີ່ມຕົ້ນການຢ້ຽມຢາມມິດຕະພາບຫວຽດນາມຢ່າງເປັນທາງການ

ການຢ້ຽມຢາມໄມຕີຈິດມິດຕະພາບຫວຽດນາມ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ພ້ອມດ້ວຍພັນລະຍາ ແມ່ນເພື່ອແນໃສ່ເຊື່ອມຕໍ່ ແລະ ພັດທະນາການພົວພັນແບບພິເສດລະຫວ່າງຫວຽດນາມ-ກູບາ ...

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບ ທ່ານ Miguel Mario Diaz Canel Bermudez ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີແຫ່ງ ສາທາລະນະລັດ ກູບາ

ໂດຍໄດ້ຮັບຄໍາເຊີນຂອງທ່ານປະທານປະເທດ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ທ່ານ Miguel Mario Diaz Canel Bermudez, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍພັນລະຍາໄດ້ເລີ່ມຕົ້ນການຢ້ຽມຢາມໄມຕີຈິດມິດຕະພາບຫວຽດນາມຢ່າງເປັນທາງການແຕ່ວັນທີ 8 – 10 ພະຈິກ 2018.

        ຕອນເຊົ້າວັນທີ 9 ພະຈິກ, ພິທີຕ້ອນຮັບ ທ່ານ Miguel Mario Diaz Canel Bermudez ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍພັນລະຍາ ຖືກຈັດຂຶ້ນຢ່າງສົມກຽດ ທີ່ທໍານຽບປະທານປະເທດ ຕາມພິທີການສູງສຸດທີ່ສະຫງວນໃຫ້ປະມຸກລັດ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍພັນລະຍາ ໄດ້ໃຫ້ການຕ້ອນຮັບປະມຸກລັດໃນຖານະປະທານປະເທດ.

        ການຢ້ຽມຢາມໄມຕີຈິດມິດຕະພາບຫວຽດນາມ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ພ້ອມດ້ວຍພັນລະຍາ ແມ່ນເພື່ອແນໃສ່ເຊື່ອມຕໍ່ ແລະ ພັດທະນາການພົວພັນແບບພິເສດລະຫວ່າງຫວຽດນາມ-ກູບາ, ຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງທີ່ບັນລຸໄດ້ ເນື່ອງໃນການຢ້ຽມຢາມທາງລັດຖະກິດຢູ່ກູບາ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເມື່ອເດືອນ ມີນາ 2018 ແລະການຢ້ຽມຢາມຫວຽດນາມຂອງທ່ານຮອງປະທານສະພາແຫ່ງລັດກູບາ Salvador Valdes Mesa ເມື່ອເດືອນກັນຍາ 2018. ການຢ້ຽມຢາມ ໄດ້ຢັ້ງຢືນເຖິງແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຮັດແໜ້ນການພົວພັນມິດຕະພາບ, ຄວາມສາມັກຄີ, ສັດຊື່ບໍລິສຸດ, ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ, ລັດຖະບານ ແລະ ປະຊາຊົນສອງປະເທດ ກວ່າອີກ.

 
(ແຫຼ່ງຄັດຈາກ VOV)


top