ຂ່າວສານ

ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ເຮັດວຽກກັບຄະນະຮັບຜິດຊອບວຽກງານສະມາຊິກສະພາແຫ່ງຊາດ

ທ່ານປະທານສະພາແຫ່ງຊາດ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບວຽກງານສະມາຊິກສະພາແຫ່ງຊາດ ຈັດຕັ້ງການເລືອກຕັ້ງໃຫ້ບັນລຸຜົນສຳເລັດ, ລວບລວມໝາກຜົນກອງປະຊຸມເຈລະຈາຄັ້ງທີ 3 ຢູ່ບັນດາທ້ອງຖິ່ນໂດຍໄວ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ທີ່ການເຮັດວຽກ. (ພາບ: TTXVN)

ຕອນບ່າຍວັນທີ 19 ເມສາ, ຢູ່ຫໍສະພາແຫ່ງຊາດ, ທີ່ການເຮັດວຽກກັບຄະນະຮັບຜິດຊອບວຽກງານສະມາຊິກສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງການເຄື່ອນໄຫວຂອງຄະນະໃນໄລຍະຜ່ານມາ, ໂດຍສະເພາະແມ່ນວຽກງານບູລະນະບຸກຄະລາກອນຢູ່ບັນດາອົງການຂອງລັດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ບັນລຸຜົນສຳເລັດເປັນຢ່າງດີທີ່ສຸດ ແລະ ກະກຽມຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15, ຊ່ວຍສະພາເລືອກຕັ້ງແຫ່ງຊາດແນະນຳວຽກງານຈັດຕັ້ງການເລືອກຕັ້ງຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026.

        ໃນສະເພາະໜ້າ, ທ່ານປະທານສະພາແຫ່ງຊາດ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບວຽກງານສະມາຊິກສະພາແຫ່ງຊາດ ຈັດຕັ້ງການເລືອກຕັ້ງໃຫ້ບັນລຸຜົນສຳເລັດ, ລວບລວມໝາກຜົນກອງປະຊຸມເຈລະຈາຄັ້ງທີ 3 ຢູ່ບັນດາທ້ອງຖິ່ນໂດຍໄວ ເພື່ອລາຍງານຕໍ່ສະພາເລືອກຕັ້ງແຫ່ງຊາດ. ກະກຽມການຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາສະຖານະຂອງຜູ້ທີ່ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ກະກຽມວຽກງານບຸກຄະລາກອນທີ່ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກ, ສະພາແຫ່ງຊາດຊຸດທີ 15 ແລະ ອົບຮົມໃຫ້ສະມາຊິກສະພາແຫ່ງຊາດທີ່ໄດ້ຮັບການເລືອກຕັ້ງສາມາດເຮັດວຽກໄດ້ທຽບທັນກັບການເຄື່ອນໄຫວຂອງສະພາແຫ່ງຊາດ.

(ແຫຼ່ງຄັດຈາກ VOV)


top