ຂ່າວສານ

ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ, ອິນເດຍ ຢ່າງເປັນທາງການ

      ຄ່ຳຄືນວັນທີ 19 ທັນວາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນສາກົນ ໂນ້ຍບ່າຍ (ຮ່າໂນ້ຍ), ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ແລະ ອິນເດຍ ເຊິ່ງແມ່ນຄູ່ຮ່ວມມືຍຸດທະສາດສຳຄັນຂອງ ຫວຽດນາມ ຢູ່ ອາຊີ ໃນເວລາ 6 ວັນ ຢ່າງຈົບງາມ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ
      ການຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສືບຕໍ່ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍການຕ່າງປະເທດເປີດກ້ວາງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ພັກ ແລະ ລັດ, ອັນໄດ້ຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ ແລະ ໂລກ. ການຢ້ຽມຢາມສືບຕໍ່ເສີມຂະຫຍາຍທ່າແຮງຂອງການທູດລັດຖະສະພາໃນການພົວພັນສອງຝ່າຍ ກັບ 2 ຄູ່ຮ່ວມມືຍຸດທະສາດສຳຄັນຢູ່ພາກພື້ນ ອາຊີ, ປັບປຸງການພົວພັນດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈກັບການນຳຂັ້ນສູງສະພາແຫ່ງຊາດ ສ.ເກົາຫຼີ ແລະ ອິນເດຍ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການ ກ່ຽວກັບບັນດາການເຄື່ອນໄຫວຂອງລັດຖະສະພາກໍ່ຄືບັນດາມາດຕະການຟື້ນຟູ, ພັດທະນາເສດຖະກິດໃນສະພາບເກີດໂລກລະບາດໂຄວິດ - 19 ທີ່ຍັງມີການຜັນແປຢ່າງສັບສົນ.
      ກ່ອນໜ້ານັ້ນ ໃນວັນທີ 19 ທັນວາ ຢູ່ນະຄອນຫຼວງ New Delhi, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind ໃນຂອບເຂດການຢ້ຽມຢາມອິນເດຍຢ່າງເປັນທາງການໃນລະຫວ່າງວັນທີ 15 – 19 ທັນວາ ປີ 2021.
      ທີ່ການພົບປະ, ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການຢ້ຽມຢາມ ແລະ ພົບປະຂັ້ນສູງ ແລະ ໃນທຸກຂັ້ນຂອງລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ໃນບັນດາຊ່ອງທາງພັກ, ທ້ອງຖິ່ນ ແລະ ການພົວພັນແລກປ່ຽນສະມາຊິກລັດຖະສະພາມິດຕະພາບ, ການພົວພັນແລກປ່ຽນປະຊາຊົນ. ສອງຝ່າຍກໍ່ເຫັນດີເປັນເອກະພາບຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2022. ສອງຝ່າຍຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສສາກົນ ແລະ ພາກພື້ນ, ສະໜັບສະໜູນບັນດາຄວາມມານະພະຍາຍາມຍູ້ແຮງການແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ລວມໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ເພື່ອສັນຕິພາບ, ການຮ່ວມມື, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ
      ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ໄດ້ສົ່ງຄຳເຊື້ອເຊີນ ມາຢ້ຽມຢາມ ຫວຽດນາມ ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຖິງທ່ານປະທານາທິບໍດີ ອິນເດຍ Ram Nath Kovind.
(ແຫຼ່ງຄັດຈາກ VOV)


top