ຂ່າວສານ

ທ່ານປະທານສະພາແຫ່ງຊາດເຈິ່ນ​ແທັງ​ເໝີ້ນ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ Nyam-Osoryn Uchral ນາ​ຍົກ​ລັດ​ຖະ​ມົນ​ຕີ ມົງໂກນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Nyam-Osoryn Uchral ຖື​ວ່າ ສອງ​ຝ່າຍ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ກ່​ວາ​ອີກ ນຳ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ການ​ຄ້າ​ໃຫ້​ພັດ​ທະ​ນາ​ສົມ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແຕ່​ລະ​ປະ​ເທດ;
ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ຫວຽດ​ນາມ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ມົງໂກນ (ພາບ: VNA)

ໃນຂອບເຂດການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ, ຕອນທ່ຽງວັນທີ 09 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ຫວຽດ​ນາມ ໄດ້ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ Nyam-Osoryn Uchral ນາ​ຍົກ​ລັດ​ຖະ​ມົນ​ຕີ ມົງໂກນ ທັງ​ເປັນ​ປະ​ທານ​ພັກ ປ​ຊ​ຊ ມົງໂກນ ຢູ່​ນະ​ຄອນຫຼວງ Ulan Bator.

ຕີ​ລາ​ຄາການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ຄ້າ ​ລະ​ຫວ່າງ​ສອງ​ປະ​ເທດ ທີ່​ມີຫຼາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ, ທ່ານປະທານສະພາແຫ່ງຊາດ ເຈິ່ນ​ແທັງ​ເໝີ້ນ ສະ​ເໜີ​ໃຫ້ ມົງໂກນ ສ້າງ​ເງື່ອນ​ໄຂ​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດຂອງ ຫວຽດ​ນາມ; ຊຸກ​ຍູ້​ສຳ​ເລັດ​ໂດຍ​ໄວ ແລະ ເຊັນ​ສັນ​ຍາ​ສົ່ງ​ເສີມ ແລະ ອາ​ລັກ​ຂາ​ການ​ລົງ​ທຶນ​ສະ​ບັບ​ໃໝ່, ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ, ສ້າງ ແລະ ປັບ​ປຸງ​ບັນ​ດາ​ນະ​ໂຍ​ບາຍ, ​ຂົງ​ເຂດ​ນິ​ຕິ​ກຳ​ລວມ​ກ່ຽວ​ກັບ​ການ​ລົງ​ທຶນ ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານປະທານສະພາແຫ່ງຊາດ ເຈິ່ນ​ແທັງ​ເໝີ້ນ ​ຢືນ​ຢັນ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ແກ້​ໄຂ​ລະ​ບອບ​ລະ​ບຽບ​ການ, ຮົວ​ກີດ​ຂວາງ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ຄ້າ ຫວຽດ​ນາມ-ມົງໂກນ.

ໂດຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສູງຕໍ່​ບັນ​ດາ​ຂໍ້​ສະ​ເໜີ​ຂອງທ່ານປະທານສະພາແຫ່ງຊາດ ເຈິ່ນ​ແທັງ​ເໝີ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Nyam-Osoryn Uchral ຖື​ວ່າ ສອງ​ຝ່າຍ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ກ່​ວາ​ອີກ ນຳ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ການ​ຄ້າ​ໃຫ້​ພັດ​ທະ​ນາ​ສົມ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແຕ່​ລະ​ປະ​ເທດ; ຊຸກ​ຍູ້​ເປີດ​ກ້​ວາງ​ການ​ຮ່ວ​ມ​ມື​ໃນ​ການ​ການ​ທ່ອງ​ທ່ຽວ; ຮັກ​ສາ​ຖ້ຽວ​ບິນ​ໂດຍ​ກົງ​ເຊື່ອ​​ມຕໍ່​ສອງ​ປະ​ເທດ​ເປັນ​ປະ​ຈຳ; ສົ່ງ​ເສີມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຮ່ວມ​ມື​ກັບວິ​ສາ​ຫະ​ກິດ ໂມງ​ກົນ ຜະ​ລິດ​ສິນ​ຄ້າ​ກະ​ສິ​ກຳ​ສົ່ງ​ອອກ…


top