ຂ່າວສານ

ທ່ານປະທານສະພາແຫ່ງຊາດເຂົ້າຮ່ວມແລະມອບຂອງຂວັນເນື່ອງໃນໂອກາດວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ ຕາແສງ ກວານແທັງ, ບາດິ່ງ, ຮ່າໂນ້ຍ

ຕອນຄ່ຳວັນທີ 13 ພະຈິກ, ຢູ່ ຕາແສງ ກວານແທັງ, ເມືອງ ບາດິ່ງ, ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ.
ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ຕາແສງ ກວານແທັງ, ເມືອງ ບາດິ່ງ. (ພາບ: quochoi.vn)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ເນັ້ນໜັກວ່າ, ປີ 2021 ແມ່ນປີມີສິ່ງທົດສອບ, ຄວາມຫຍຸ້ງຍາກຫຼາຍຢ່າງສຳລັບ ຫວຽດນາມ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ການຊີ້ນຳນຳພາຂອງສະພາແຫ່ງຊາດ, ການບໍລິຫານຂອງລັດຖະບານ ແລະ ການຮ່ວມແຮງຮ່ວມໃຈ, ສຸມກຳລັງແຮງຂອງປະຊາຊົນທຸກຊັ້ນວັນນະ, ສະພາບເສດຖະກິດ-ສັງຄົມໃນໄລຍະ 10 ເດືອນຜ່ານມາໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ໄພເງິນເຟີ້ສືບຕໍ່ໄດ້ຮັກສາໄວຢູ່ໃນລະດັບຕ່ຳ. ຊີວິດສັງຄົມ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການຮັບປະກັນ; ວຽກງານການຕ່າງປະເທດໄດ້ຮັບການເພີ່ມທະວີ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມອບຂອງຂວັນໃຫ້ຜູ້ຕາງໜ້າບັນດາຄອບຄົມທີ່ມີຜົນງານໃນການກໍ່ສ້າງເຂດຊຸມຊົນ.

(ແຫຼ່ງຄັດຈາກ VOV)
 

 


top