ຂ່າວສານ

ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

      ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແມ່ນການເຮັດວຽກຢູ່ຕ່າງປະເທດຄັ້ງທຳອິດຂອງ ທ່ານ ໄຊສົມພອນ ພົມວິຫານ ໃນຖານະຕຳແໜ່ງເປັນປະທານສະພາແຫ່ງຊາດລາວ.
ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ
      ຕອນເຊົ້າວັນທີ 6 ທັນວາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ໂດຍ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ນຳໜ້າໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 6 ຫາ 8 ທັນວາ ປີ 2021 ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ.
        ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແມ່ນການເຮັດວຽກຢູ່ຕ່າງປະເທດຄັ້ງທຳອິດຂອງ ທ່ານ ໄຊສົມພອນ ພົມວິຫານ ໃນຖານະຕຳແໜ່ງເປັນປະທານສະພາແຫ່ງຊາດລາວ,  ພ້ອມທັງກໍ່ເປັນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງການນຳ ສະພາແຫ່ງຊາດຕ່າງປະເທດ ນັບແຕ່ເລີ່ມຕົ້ນອາຍຸການສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.
(ແຫຼ່ງຄັດຈາກ VOV)


top