ຂ່າວສານ

ທ່ານປະທານສະພາແຫ່ງຊາດຢ້ຽມຢາມ, ອວຍພອນບຸນເຕັດຢູ່ແຂວງ ກ່າເມົາ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາວ່າ ບັນດາພະນັກງານ, ນັກຮົບກຳລັງປະກອບອາວຸດ ຈະສືບຕໍ່ຮັກສາຄຸນນະທາດການປະຕິວັດ, ເປັນແບບຢ່າງ, ປະຕິບັດສຳເລັດທຸກໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນ ເຊື່ອໝັ້ນມອບໝາຍໃຫ້ເປັນຢ່າງດີ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ອວຍພອນປີໃໝ່ພະນັກງານ, ນັກຮົບກຳລັງປະກອບອາວຸດກອງພັນນ້ອຍ ອູມິງ 2

ໂດຍສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງທາງພາກໃຕ້ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຕອນບ່າຍວັນທີ 24 ມັງກອນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບກຳລັງປະກອບອາວຸດກອງພັນນ້ອຍ ອູມິງ 2 ແລະ ບັນດາສະມາຊິກ, ຜູ້ອອກແຮງງານຢູ່ຕາແສງ ຟອງດ່ຽນ, ເມືອງ ເຈິ່ນວັນເທີຍ, ແຂວງ ກ່າເມົາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາວ່າ ບັນດາພະນັກງານ, ນັກຮົບກຳລັງປະກອບອາວຸດ ຈະສືບຕໍ່ຮັກສາຄຸນນະທາດການປະຕິວັດ, ເປັນແບບຢ່າງ, ປະຕິບັດສຳເລັດທຸກໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນ ເຊື່ອໝັ້ນມອບໝາຍໃຫ້ເປັນຢ່າງດີ; ຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ແມ່ນກຳລັງແກ່ນສານໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ບັນດາສະມາຊິກ, ຜູ້ອອກແຮງງານ ມານະພະຍາຍາມແຂ່ງຂັນ, ມີຂໍ້ສະເໜີແນະ, ມີຫົວປະດິດຄິດສ້າງ, ບົດຮຽນ ເພື່ອຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນ, ການບໍລິການ ເພື່ອປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະປະຕິບັດງານໄດ້ໄປຖະຫວາຍທູບທຽນ, ດອກໄມ້ຢູ່ວິຫານບັນພະບຸລຸດ ລາກລອງກວນ ຢູ່ຕາແສງ ເດີດມຸ້ຍ, ເມືອງ ງອກຮ໋ຽນ; ມອບຂອງຂວັນນັກຮັບວິລະຊົນກຳລັງປະກອບອາວຸດ ເຈີ່ນເຟືອງເທ, ຢູ່ຕາແສງ 5, ນະຄອນ ກ່າເມົາ…

(ແຫຼ່ງຄັດຈາກ VOV)


top