ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ: ມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນມໍລະດົກອັນລ້ຳຄ່າຂອງມູນເຊື້ອວັດທະນະທຳຫວຽດນາມ

ຫົວເລື່ອງມໍລະດົກວັດທະນະທຳ ຫວຽດນາມ ປີ 2021 ນີ້ມີຄວາມໝາຍເລິກເຊິ່ງ, ຕອບສະໜອງກອງປະຊຸມວັດທະນະທຳທົ່ວປະເທດ, ພ້ອມທັງຍ້ອງຍໍບັນດາແບບຢ່າງດີເດັ່ນຈາກວົງຄະນະຍາດບັນດາເຜົ່າໃນທົ່ວປະເທດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ພິທີໄຂ. (ພາບ: TTXVN)

ຕອນຄ່ຳວັນທີ 18 ພະຈິກ, ຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ໄດ້ໄຂສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳ ຫວຽດນາມ” ປີ 2021.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຊີ້ແຈ້ງວ່າ, ຫົວເລື່ອງມໍລະດົກວັດທະນະທຳ ຫວຽດນາມ ປີ 2021 ນີ້ມີຄວາມໝາຍເລິກເຊິ່ງ, ຕອບສະໜອງກອງປະຊຸມວັດທະນະທຳທົ່ວປະເທດ, ພ້ອມທັງຍ້ອງຍໍບັນດາແບບຢ່າງດີເດັ່ນຈາກວົງຄະນະຍາດບັນດາເຜົ່າໃນທົ່ວປະເທດ, ເຊີດຊູການເຄື່ອນໄຫວອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ, ພ້ອມກັບທຸກຂັ້ນ, ທຸກຂະແໜງການ, ອົງການຈັດຕັ້ງ ສືບຕໍ່ຮ່ວມແຮງຮ່ວມໃຈ, ເດັດດ່ຽວຄວບຄຸມໂລກລະບາດ, ປົກປ້ອງສຸຂະພາບຂອງປະຊາຊົນ, ສ້າງສະຖຽນລະພາບ, ຟື້ນຟູ ແລະ ພັດທະນາການຜະລິດ.

        “ແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ ສືບຕໍ່ລະດົມກຳລັງໃຈປະຊາຊົນທຸກຊັ້ນວັນນະ ປະຕິບັດບັນດາບັ້ນຂົນຂວາຍ, ຂະບວນການແຂ່ງຂັນ, ຜັນຂະຫຍາຍການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງມີໄຊ. ຍູ້ແຮງວຽກງານໂຄສະນາ, ເປີດກວ້າງ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ສາມັກຄີບັນດາເຜົ່າ, ສາສະໜາ, ພໍ່ແມ່ປະຊາຊົນໃນທົ່ວປະເທດ ກໍຄືພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ແບ່ງປັນ, ໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພໍ່ແມ່ປະຊາຊົນຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19. ລະດົມຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກຸ້ມຕົນເອງຂອງປະຊາຊົນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ”.

(ແຫຼ່ງຄັດຈາກ VOV)


top