ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດຮ່າໂນ້ຍ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2021 – 2022 ແລະ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ.
(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ພິທີ)

ເນື່ອງໃນໂອກາດວັນຄູຫວຽດນາມ ຄືວັນທີ 20 ພະຈິກ, ຕອນບ່າຍວັນທີ 19 ພະຈິກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2021 – 2022 ແລະ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ.

        ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ຖືວ່າ, ປະເທດພວມຜ່ານຜ່າຊຸມວັນເດືອນປີທີ່ຫຍຸ້ງຍາກຫຼາຍຢ່າງ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະແດງຄວາມຮູ້ບຸນຄຸນ, ຍ້ອງຍໍຊົມເຊີຍການປະກອບສ່ວນ, ເສຍສະຫຼະຢ່າງມິດງຽບຂອງຖັນແຖວແພດໝໍ, ພາລະກອນການແພດ, ຄູອາຈານ ແລະ ນັກສຶກສາມະຫາວິທະຍາໄລແພດສາດ ຮ່າໂນ້ຍ ທີ່ບໍ່ຢານກົວອັນຕະລາຍ, ໄປເຂດໃຈກາງເກີດໂລກລະບາດ ເພື່ອປົກປ້ອງສຸຂະພາບ, ຊີວິດອິນຊີ ແລະ ນຳເອົາການດຳລົງຊີວິດຢ່າງສະງົບສຸກມາໃຫ້ປະຊາຊົນ.

        “ຖັນແຖວພະນັກງານ, ພາລະກອນຂອງໂຮງຮຽນ ຍາມໃດກໍ່ປະຕິບັດຄຳສັ່ງສອນຂອງປະທານໂຮ່ຈີມິນທີ່ວ່າ “ທ່ານໝໍຄືຜູ້ເປັນແມ່”, ຮ່ວມແຮງຮ່ວມໃຈສ້າງພື້ນຖານການແພດ ຫວຽດນາມ ກ້າວໜ້າ, ມີວິທະຍາສາດ ຕິດພັນກັບຄວາມຕ້ອງການຕົວຈິງຂອງປະຊາຊົນ, ປະກອບສ່ວນເຂົ້າໃນການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ການສຶກສາ ແລະ ບຳລຸງສ້າງຂອງປະເທດ ຫວຽດນາມ ໂດຍພື້ນຖານ, ຮອບດ້ານຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)


top