ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບປະທານກຸ່ມບໍລິສັດ Erax

ປະຈຸບັນ, ລະບົບກົດໝາຍຂອງ ຫວຽດນາມ ມີຂໍ້ກຳນົດຢ່າງຈະແຈ້ງ, ລະອຽດກ່ຽວກັບຫຼາຍຂົງເຂດ ເພື່ອແນໃສ່ສ້າງເງື່ອນໄຊໃຫ້ແກ່ບັນດາວິສາຫະກິດຕ່າງປະເທດມາລົງທຶນຢູ່ ຫວຽດນາມ.

ປະຈຸບັນ, ລະບົບກົດໝາຍຂອງ ຫວຽດນາມ ມີຂໍ້ກຳນົດຢ່າງຈະແຈ້ງ, ລະອຽດກ່ຽວກັບຫຼາຍຂົງເຂດ ເພື່ອແນໃສ່ສ້າງເງື່ອນໄຊໃຫ້ແກ່ບັນດາວິສາຫະກິດຕ່າງປະເທດມາລົງທຶນຢູ່ ຫວຽດນາມ.

    

(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານ Honna Hitoshi, ປະທານກຸ່ມບໍລິສັດ Erax)

ວັນທີ 11 ມີນາ, ທີ່ການຕ້ອນຮັບທ່ານ Honna Hitoshi, ປະທານກຸ່ມບໍລິສັດ Erax, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຖືວ່າ, ທິດກ້າວເດີນພັດທະນາໂຄງການໄຟຟ້າຊີວະພາບ (biomass power) ແລະ ຫັນປ່ຽນບັນດາໂຄງການໄຟຟ້ານຳໃຊ້ຖ່ານຫີນເປັນໄຟຟ້າຊີວະພາບແມ່ນເໝາະສົມກັບຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕຂຽວໃນໄລຍະ 2021 – 2030, ວິໄສທັດຮອດປີ 2050 ຂອງ ຫວຽດນາມ ເຊິ່ງລັດຖະບານ ຫວຽດນາມ ຫາກໍ່ຮັບຮອງເອົາ; ເໝາະສົມກັບຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ ຄັ້ງທີ 26 (COP26).

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ, ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ສະໜັບສະໜູນທິດກ້າວເດີນດັ່ງກ່າວ. ປະຈຸບັນ, ລະບົບກົດໝາຍຂອງ ຫວຽດນາມ ໄດ້ມີຂໍ້ກຳນົດຢ່າງຈະແຈ້ງ, ລະອຽດກ່ຽວກັບຫຼາຍຂົງເຂດເພື່ອແນໃສ່ສ້າງເງື່ອນໄຊໃຫ້ແກ່ບັນດາວິສາຫະກິດຕ່າງປະເທດມາລົງທຶນຢູ່ ຫວຽດນາມ. ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ ແລະ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ວິສາຫະກິດລົງທຶນບັນລຸຜົນສຳເລັດ, ຍືນຍົງ, ຍາວນານຢູ່ ຫວຽດນາມ.

ທ່ານປະທານກຸ່ມບໍລິສັດ Honna Hitoshi, ໄດ້ແບ່ງປັນທັດສະນະຂອງລັດຖະບານ ຍີ່ປຸ່ນ ປາດຖະໜາ ໜູນຊ່ວຍ ຫວຽດນາມ ປະຕິບັດການຫຼຸດຜ່ອນການປ່ອຍ ກາກບອນ. ທ່ານສະແດງຄວາມຫວັງວ່າ ຫວຽດນາມ ຈະແມ່ນແບບຢ່າງໃນການຫັນປ່ຽນພະລັງງານຊີວະພາບຕາມທິດຍືນຍົງ.

(ແຫຼ່ງຄັດຈາກ VOV)


top