ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ອົງການກວດສອບແຫ່ງລັດ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັກເຖິງຍຸດທະສາດ, ທິດທາງພັດທະນາຂະແໜງ, ເປົ້າໝາຍສ້າງອົງການກວດສອບ ແຫ່ງລັດ.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ອວຍພອນບຸນເຕັດຢູ່ອົງການກວດສອບແຫ່ງລັດ ຫວຽດນາມ (ພາບ: TTXVN)  

ຕອນເຊົ້າວັນທີ 27 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານຢູ່ອົງການກວດສອບແຫ່ງລັດ ຫວຽດນາມ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັກເຖິງຍຸດທະສາດ, ທິດທາງພັດທະນາຂະແໜງ, ເປົ້າໝາຍສ້າງອົງການກວດສອບແຫ່ງລັດ. ຕາມທ່ານປະທານສະພາແຫ່ງຊາດແລ້ວ, ພັກ, ລັດ ປາດຖະໜາວ່າ ອົງການກວດສອບແຫ່ງລັດ ຈະນັບມື້ນັບເສີມຂະຫຍາຍບົດບາດສຳຄັນໃນການປະຕິບັດການປະຢັດ ແລະ ຕ້ານການຟຸມເຟືອຍ; ປະກອບສ່ວນຮັດແໜ້ນລະບຽບວິໄນກ່ຽວກັບການເງິນ ແລະ ງົບປະມານ… ພ້ອມກັນນັ້ນ, ອົງການກວດສອບແຫ່ງລັດກໍ່ມີສຽງເວົ້ານັບມື້ນັບສອດຄ່ອງກວ່າອີກໃນບັນດາອົງການຈັດຕັ້ງສາກົນ, ບັນດາອົງການກວດສອບແຫ່ງລັດສູງສຸດ (INTOSAI).

 


top