ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນການພົບປະເຈລະຈາກັບທ່ານປະທານສະພາຕ່ຳ ຟີລິບປິນ.
  (ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ມາລີນາ)  

ຕອນເຊົ້າວັນທີ 23 ພະຈິກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ມາລີນາ ເລີ່ມຕົ້ນການຢ້ຽມຢາມ ສ.ຟີລິບປິນ ຢ່າງເປັນທາງການ ແຕ່ວັນທີ 23 – 25 ພະຈິກ, ຕາມຄຳເຊີນຂອງທ່ານປະທານສະພາສູງ ສ.ຟີລິບປິນ Juan Miguel Zubiri.

ພາຍຫຼັງໄປຮອດ ຟີລິບປິນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນການພົບປະເຈລະຈາກັບທ່ານປະທານສະພາຕ່ຳ ຟີລິບປິນ. ຢູ່ທີ່ນີ້, ສະພາຕ່ຳ ຟີລິບປິນ ຈະປະກາດມະຕິຂອງສະພາຕ່ຳເຊິ່ງຫາກໍ່ລົງນາມກ່ຽວກັບເລື່ອງຊຸກຍູ້ການພົວພັນລະຫວ່າງ ຟີລິບປິນ ແລະ  ຫວຽດນາມ, ໃນນັ້ນມີຂໍ້ຕົກລົງສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຟີລິບປິນ - ຫວຽດນາມ.

ໃນການຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການຄັ້ງນີ້, ຄາດວ່າ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະມີບັນດາການພົບປະເຈລະຈາກັບການນຳຂັ້ນສູງ ຟີລິບປິນ; ເຂົ້າຮ່ວມເວທີປາໄສຮ່ວມມືເສດຖະກິດ; ພົບປະກັບຜູ້ຕາງໜ້າບັນດາວິສາຫະກິດ…


top