ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມການພົບປະສັງສັນເນື່ອງໃນໂອກາດວັນຄູຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ບັນດາຜູ້ແທນຕັ້ງໜ້າເຂົ້າຮ່ວມ ວຽກງານການສ້າງ, ປະຕິບັດສຳເລັດລະບົບກົດໝາຍກໍ່ຄືຂໍ້ສະເໜີແນະ, ຕິດຕາມກວດກາປະຕິບັດນະໂຍບາຍກົດໝາຍວ່າດ້ວຍວຽກງານຊົນເຜົ່າ, ສາສະໜາ, ພັດທະນາການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ...

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ບັນດາຜູ້ແທນຕັ້ງໜ້າເຂົ້າຮ່ວມ ວຽກງານການສ້າງ, ປະຕິບັດສຳເລັດລະບົບກົດໝາຍກໍ່ຄືຂໍ້ສະເໜີແນະ, ຕິດຕາມກວດກາປະຕິບັດນະໂຍບາຍກົດໝາຍວ່າດ້ວຍວຽກງານຊົນເຜົ່າ, ສາສະໜາ, ພັດທະນາການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ...

  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ພິທີ  

ຕອນຄ່ຳວັນທີ 14 ພະຈິກ, ທີ່ຫໍປະຊຸມສະພາແຫ່ງຊາດ, ກ່າວຄຳເຫັນຢູ່ການພົບປະສັງສັນກັບສະມາຊິກສະພາແຫ່ງຊາດ ເຊິ່ງເປັນປະຊາຊົນເຜົ່າສ່ວນໜ້ອຍ, ຜູ້ມີຍົດສັກຕຳແໜ່ງ, ຄູອາຈານ ເນື່ອງໃນໂອກາດວັນບຸນມະຫາສາມັກຄີທົ່ວປວງຊົນ (18 ພະຈິກ) ແລະ ວັນຄູ ຫວຽດນາມ (20 ພະຈິກ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ບັນດາຜູ້ແທນຕັ້ງໜ້າເຂົ້າຮ່ວມ ວຽກງານການສ້າງ, ປະຕິບັດສຳເລັດລະບົບກົດໝາຍກໍ່ຄືຂໍ້ສະເໜີແນະ, ຕິດຕາມກວດກາປະຕິບັດນະໂຍບາຍກົດໝາຍວ່າດ້ວຍວຽກງານຊົນເຜົ່າ, ສາສະໜາ, ພັດທະນາການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ ເພື່ອແນໃສ່ສ້າງເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ພັດທະນາ ກ່ຽວກັບດ້ານເສດຖະກິດ, ວັດທະນະທຳ, ສັງຄົມຢ່າງວ່ອງໄວ; ສ້າງພື້ນຖານການສຶກສາ ຫວຽດນາມ ທັນສະໄໝ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພົບເຫັນ ແລະ ຝຶກຝົນຫຼໍ່ຫຼອມຜູ້ເກັ່ງກ້າສາມາດໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ:

 “ເສີມຂະຫຍາຍບົດບາດ, ອິດທິພົນຊື່ສຽງຂົນຂວາຍພໍ່ແມ່ປະຊາຊົນໃຫ້ມີຄວາມເຊື່ອໝັ້ນ, ເຫັນດີເຫັນພ້ອມກັບພັກ, ລັດ, ຕັ້ງໜ້າອອກແຮງງານ ທຳການຜະລິດ, ພັດທະນາເສດຖະກິດ, ສ້າງຊີວິດການເປັນຢູ່ທີ່ອິ່ມໜຳສຳລານ, ມີຄວາມຜາສຸກ; ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລເທື່ອລະກ້າວຢ່າງມີໄຊ. ພ້ອມນັ້ນ, ບັນດາສາມາຊິກສະພາແຫ່ງຊາດກໍ່ສືບຕໍ່ຍົກສູງນ້ຳໃຈຄວາມຮັບຜິດຊອບ, ຕິດພັນກັບໂຄງການກະທຳ, ຮັກສາຕາມຄຳໝັ້ນໝາຍຂອງຕົນຕໍ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ; ຍົກສູງລະດັບຄວາມຮູ້ໃນທຸກດ້ານຢ່າງບໍ່ຢຸດຢັ້ງ; ໃກ້ຊິດ, ຮັບຟັງ, ກຳແໜ້ນຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງຢ່າງເປັນປະຈຳ, ຕິດພັນກັບສະພາບການຕົວຈິງເພື່ອເອົາເຂົ້າໃນໂຄງການດຳເນີນງານຂອງສະພາແຫ່ງຊາດ”.


top