ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມໂຮງໝໍສູນກາງກອງທັບ 108

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາ ແລະ ເຊື່ອໝັ້ນວ່າ ໂຮງໝໍສູນກາງກອງທັບ 108 ຈະນັບມື້ນັບກ້າວໜ້າ, ທັນສະໄໝ, ບັນລຸລະດັບສາກົນ
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມໂຮງໝໍສູນກາງກອງທັບ 108 (ພາບ: TTXVN  

ຕອນບ່າຍວັນທີ 27 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມໂຮງໝໍສູນກາງກອງທັບ 108 ແລະ ເຂົ້າຮ່ວມການສັງສັນພົບປະເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນແພດໝໍ ຫວຽດນາມ (27 ກຸມພາ 1955 – 27 ກຸມພາ 2023).

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງໝູ່ຄະນະແພດໝໍ, ບັນດາສາດສະດາຈານ, ທ່ານໝໍ, ພະຍາບານຂອງໂຮງໝໍ 108 ບໍ່ພຽງແຕ່ປະຕິບັດສຳເລັດໜ້າທີ່ເບິ່ງແຍງ, ຮັກສາສຸຂະພາບໃຫ້ແກ່ພະນັກງານຂັ້ນສູງຂອງພັກ, ລັດ, ກອງທັບເປັນຢ່າງດີເທົ່ານັ້ນ, ຫາກຍັງປະຕິບັດວຽກງານກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນໄດ້ເປັນຢ່າງດີອີກດ້ວຍ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາ ແລະ ເຊື່ອໝັ້ນວ່າ ໂຮງໝໍສູນກາງກອງທັບ 108 ຈະນັບມື້ນັບກ້າວໜ້າ, ທັນສະໄໝ, ບັນລຸລະດັບສາກົນ, ສົມເປັນສູນການແພດທັນສະໄໝແຖວໜ້າຂອງຂະແໜງສາທາລະນະສຸກທົ່ວປະເທດ.

ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ, ພັກ, ລັດ, ອຳນາດການປົກຄອງ, ລະບົບການເມືອງ ຈະສືບຕໍ່ເອົາໃຈໃສ່, ແບ່ງປັນ, ຮ່ວມເດີນທາງພ້ອມກັບຂະແໜງສາທາລະນະສຸກ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ພາລະກິດຮັກສາ, ເບິ່ງແຍງ ແລະ ຍົກສູງສຸຂະພາບຂອງປະຊາຊົນ.


top