ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ກຸຍບາ Manuel Marrero Cruz

ຫວຽດນາມ ຈະສືບຕໍ່ຮ່ວມມືກັບສະພາແຫ່ງຊາດ ກຸຍບາ ຢ່າງແໜ້ນແຟ້ນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດສືບຕໍ່ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ພັດທະນາ.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານນາຍົກລັດຖະມົນຕີ ກຸຍບາ Manuel Marrero Cruz (ພາບ: TTXVN)  

ວັນທີ 20 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ La Habana, ປະເທດ ກຸຍບາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ກຸຍບາ Manuel Marrero Cruz.

ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ຮ່ວມມືກັບສະພາແຫ່ງຊາດ ກຸຍບາ ຢ່າງແໜ້ນແຟ້ນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດສືບຕໍ່ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ພັດທະນາສອດຄ່ອງກັບການພົວພັນດ້ານການເມືອງອັນດີງາມລະຫວ່າງ 2 ປະເທດ, ຖືກຕ້ອງຕາມຈິດໃຈຊີ້ນຳ ແລະ ຄວາມມຸ່ງມາດປາດຖະໜາຂອງການນຳຂັ້ນສູງ 2 ປະເທດ.

ສ່ວນທ່ານນາຍົກລັດຖະມົນຕີ ກຸຍບາ Manuel Marrero Cruz ຢືນຢັນວ່າ ລັດຖະບານ ກຸຍບາ ຈະສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ບັນດາໂຄງການລົງທຶນຂອງ ຫວຽດນາມ ຢູ່ ກຸຍບາ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ, ພິເສດແມ່ນໃນຂົງເຂດຜະລິດທັນຍາຫານ - ສະບຽງອາຫານ, ພະລັງງານສະອາດ, ຜະລິດເຄື່ອງໃຊ້ສອຍ. ພ້ອມທັງເປັນເອກະພາບນຳກັນວ່າ ລັດຖະບານ 2 ປະເທດຈະສືບຕໍ່ກະຕຸກຊຸກຍູ້, ຜັນຂະຫຍາຍມາດຕະການເພີ່ມທະວີການພົວພັນຮ່ວມມື 2 ຝ່າຍໃນດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ, ເຕັກໂນໂລຊີ ເຊິ່ງໄດ້ອະນຸມັດຜ່ານທີ່ບັນດາກອງປະຊຸມລະຫວ່າງລັດຖະບານປະຈຳປີ.

ແລະກໍ່ເນື່ອງໃນໂອກາດໄປຢ້ຽມຢາມ ສ.ກຸຍບາ ຢ່າງເປັນທາງການ, ຕອນເຊົ້າວັນທີ 21 ເມສາ, ຢູ່ນະຄອນຫຼວງ La Habana, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີປ່ຽນຊື່ສວນສາທາລະນະ ຮ່ວາບິ່ງ (ສັນຕິພາບ) ເປັນສວນສາທາລະນະ ໂຮ່ຈີມິນ ແລະ ຕິດແຜ່ນໜັງສືແນະນຳກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ:

“ຂ້າພະເຈົ້າເຊື່ອໝັ້ນວ່າ, ສວນສາທາລະນະ ໂຮ່ຈີມິນ ຈະແມ່ນສະຖານທີ່ລະຫຼິ້ນ, ຢ້ຽມຢາມ, ບັນເທິງທ່ີມີຄວາມໝາຍຫຼາຍຢ່າງຢູ່ນະຄອນຫຼວງ La Habana. ເພື່ອໃຫ້ຜູ້ໃດທີ່ມາແຫ່ງນີ້ກໍ່ລ້ວນແຕ່ໄດ້ສະແດງຄວາມຈາລຶກ ແລະ ເຄົາລົບຢ່າງເລິກເຊິ່ງຕໍ່ຜູ້ນຳ ຫວຽດນາມ, ນັກວັດທະນະທຳທີ່ມີຊື່ສຽງຂອງໂລກ, ຜູ້ກໍ່ຕັ້ງໃຫ້ແກ່ຄວາມສະໜິດຕິດພັນຂອງ 2 ຊາດ ຫວຽດນາມ - ກຸຍບາ. ພ້ອມທັງສຶກສາໃຫ້ລຸ້ນໜຸ່ມຂອງ 2 ປະເທດສືບທອດ, ສືບຕໍ່ຮັກສາ ແລະ ເພີ່ມພູນຄຸນສ້າງໃຫ້ແກ່ສາຍພົວພັນຖານອ້າຍນ້ອງ, ເພື່ອນສະຫາຍ, ຄວາມສາມັກຄີແບບພິເສດ, ສັດຊື່ບໍລິສຸດລະຫວ່າງ 2 ຊາດ”.

 


top