ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຫາຍຟ່ອງ

ໃນສະພາບການຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງພາຍຫຼັງໂລກລະບາດໂຄວິດ-19 ແລະ ບັນດາການຜັນແປສັບສົນຂອງສະພາບການສາກົນ, ແຕ່ປີ 2022, ຫວຽດນາມ ຍັງຄົງບັນລຸລະດັບເຕີບໂຕສູງ.

 

(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບຜູ້ມີສິດເລືອກຕັ້ງ)

ຕອນເຊົ້າວັນທີ 06 ພຶດສະພາ, ຢູ່ເມືອງ ໂງກວຽນ, ນະຄອນ ຫາຍຟ່ອງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ; ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງສູນປະຊຸມ- ສະແດງ ນະຄອນ ຫາຍຟ່ອງ ແລະ ລະບົບພື້ນຖານໂຄງລ່າງເຕັກນິກຄົບຊຸດຢູ່ເຂດຕົວເມືອງໃໝ່ ບັກຊົງເກິມ. ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ ໃນສະພາບການຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງພາຍຫຼັງໂລກລະບາດໂຄວິດ-19 ແລະ ບັນດາການຜັນແປສັບສົນຂອງສະພາບການສາກົນ, ແຕ່ປີ 2022, ຫວຽດນາມ ຍັງຄົງບັນລຸລະດັບເຕີບໂຕສູງ, ຮັກສາບັນດາຄວາມດຸ່ນດ່ຽງມະຫາພາກ, ຮັບປະກັນຊີວິດສັງຄົມ. ເມື່ອຕອບຄຳຖາມຂອງຜູ້ມີສິດເລືອກຕັ້ງກ່ຽວຂ້ອງເຖິງເລື່ອງແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດກ່ຽວກັບກົນໄກ, ນະໂຍບາຍໜູນຊ່ວຍວິສາຫະກິດໃຫ້ເປັນປົກກະຕິໃນສະພາບການປະຈຸບັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ:

“ລັດຖະບານຍື່ນສະເໜີຕໍ່ສະພາແຫ່ງຊາດ ສືບຕໍ່ແຜນຮ່າງກ່ຽວກັບການຫລຸດອາກອນມູນຄ່າເພີ່ມ 2% ຄືປີກ່ອນ. ສະນັ້ນ, ນັບທັງບັນຫາໃນຕໍ່ໜ້າ ແລະ ໄລຍະຍາວ, ຕາມເນື້ອໃນຈິດໃຈແມ່ນສ້າງກົດໝາຍ, ສ້າງຄວາມສະດວກໃຫ້ປະຊາຊົນ, ວິສາຫະກິດ. ພວກເຮົາຕ້ອງຊາບຊຶມຈິດໃຈຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ”.

ແລະກໍ່ໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງຟອງ, ໄດ້ດຳເນີນການພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ບິ່ງດົງ, ເມືອງ ບິ່ງເຊີນ, ແຂວງ ກວາງຫງ້າຍ.

 


top