ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ

ໂດຍຕາງໜ້າໃຫ້ສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຈູດທູບທຽນສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ປະທານ ໂຮ່ຈີມິນ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ

ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ (ຫຼືບຸນເຕັດ) ປີມະໂລງ 2024, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຄະນະປະຈຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ທີ່ສຳນັກງານປະທານປະເທດ.   

ໂດຍຕາງໜ້າໃຫ້ສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຈູດທູບທຽນສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ປະທານ ໂຮ່ຈີມິນ. ອະນຸສອນສະຖານເຮືອນເລກທີ 67 ປະຈຸບັນຍັງໄດ້ເກັບຮັກສາບັນດາວັດຖຸພັນທີ່ໄດ້ຕິດພັນກັບປະທານ ໂຮ່ຈີມິນ ໃນຊຸມປີບັ້ນປາຍຊີວິດຂອງເພິ່ນໃຫ້ເໝືອນເດີມ.   

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ອວຍພອນພະນັກງານ, ກຳມະກອນເຂດອະນຸສອນສະຖານຍາມໃດກໍ່ປະຕິບັດສຳເລັດໜ້າທີ່ໃຫ້ເປັນຢ່າງດີ; ພ້ອມທັງຕັກເຕືອນ: ພະນັກງານ, ກຳມະກອນເຂດອະນຸສອນສະຖານສືບຕໍ່ມານະພະຍາຍາມ ໃນການຮັກສາ, ບັນດາວັດຖຸພັນ, ເອກະສານກ່ຽວກັບລຸງໂຮ່ ໃຫ້ລຸ້ນຄົນຕໍ່ໄປ; ປະຕິບັດວຽກງານແນະນຳເຖິງປະຊາຊົນ ແລະ ເພື່ອນມິດ, ແຂກທ່ອງທ່ຽວສາກົນ ກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ.


top