ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ. (ພາບ: VNA)
ຕອນບ່າຍວັນທີ 6 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປເຖິງ ສະໜາມບິນ Seongnam ທີ່ ນະຄອນຫຼວງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ຕາມຄຳເຊີນຂອງ ທ່ານ Cho Jeong Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ພັນລະຍາ.
ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະມີບັນດາການພົບປະ, ໂອ້ລົມເຈລະຈາກັບບັນດາການນຳຂັ້ນສູງຂອງ ສ.ເກົາຫຼີ; ຕ້ອນຮັບປະທານພັກປະຊາທິປະໄຕຮ່ວມເດີນທາງ, ປະທານພັກກຳລັງແຮງປະຊາຊົນ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ-ຫວຽດນາມ, ປະທານຂັ້ນສູງ Samsung Electronics, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ LG Innotek, ປະທານກຸ່ມບໍລິສັດ SK, ແລະ ປະທານກຸ່ມບໍລະສັດ Lotte.