ເນື່ອງໃນໂອກາດສະເຫຼີມສະຫຼອງ 101 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມິຖຸນາ 1925 – 2026), ຕອນຄ່ຳວັນທີ 21 ມິຖຸນາ, ຢູ່ນະຄອນ ຫາຍຟ່ອງ, ຫວຽດນາມ, ໄດ້ຈັດພິທີມອບລາງວັນສື່ມວນຊົນລະດັບຊາດຄັ້ງທີ 20.
ທີ່ພິທີມອບລາງວັນ (ພາບ: TTXVN)
ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ ສື່ມວນຊົນປະຕິວັດໄດ້ນຳໜ້າໃນແນວຮົບປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະທີີ່ຜິດພາດ, ເປັນປໍລະປັກ, ແຜ່ກະຈາຍນ້ຳໃຈເມດຕາປານີ, ມະນຸດສະທຳ. ສື່ມວນຊົນປະກອບສ່ວນໂຄສະນາພາບພົດອັນດີງາມຂອງປະເທດຊາດ, ຂອງ ຊາວ ຫວຽດນາມ ອອກສູ່ໂລກ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ:
“ສື່ມວນຊົນຕ້ອງນຳໜ້າໃນການປ່ຽນແປງໃໝ່, ເພື່ອແບກຫາບບົດບາດໜ້າທີ່ຢ່າງໃຫຍ່ຫຼວງກວ່າ. ບັນດາຜູ້ເຮັດວຽກງານສື່ມວນຊົນບໍ່ໄດ້ລື່ມຄຸນຄ່າແກ່ນສານຂອງສື່ມວນຊົນປະຕິວັດ, ນັ້ນແມ່ນອຸດົມຄະຕິ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດຢ່າງສິ້ນເຊິ່ງ ແລະ ຜູກພັນເລືອດເນື້ອກັບປະຊາຊົນ, ຖືຜົນປະໂຫຍດຂອງປະເທດຊາດເໜືອກວ່າສິ່ງໃດໝົດ”.
ທີ່ພິທີມອບລາງວັນ, ສະພາສື່ມວນຊົນແຫ່ງຊາດໄດ້ມອບລາງວັນ A 11 ລາງວັນ, ລາງວັນ B 26 ລາງວັນ, ລາງວັນ C 50 ລາງວັນ. ວິທະຍຸກະຈາຍສຽງ ຫວຽດນາມ ມີໄດ້ຮັບ 2 ລາງວັນ A