ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກວດກາວຽກງານກະກຽມເລືອກຕັ້ງຢູ່ ເງະອານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ຮັບຮູ້ ແລະ ຕີລາຄາສູງວຽກງານກະກຽມຂອງ ເງະອານ ທີ່ໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ, ເຂັ້ມງວດ, ຄົບຖ້ວນ, ທັນການ
  (ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ ໄປກວດກາຢູ່ສະຖານທີ່ປ່ອນບັດ)  

ຕອນເຊົ້າວັນທີ 28 ກຸມພາ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ ແລະ ຄະນະປະຕິບັດງານໄດ້ໄປເຮັດວຽກຢູ່ແຂວງ ເງະອານ.

        ໃນການກວດກາຢູ່ສະຖານທີ່ປ່ອນບັດຢູ່ຕາແສງ ຝູກລອງ, ຫົວໜ່ວຍເລືອກຕັ້ງເລກທີ 7, ຕາແສງ ຮືງງວຽນ, ແຂວງ ເງະອານ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ຮັບຮູ້ ແລະ ຕີລາຄາສູງວຽກງານກະກຽມຂອງ ເງະອານ ທີ່ໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ, ເຂັ້ມງວດ, ຄົບຖ້ວນ, ທັນການ, ຖືກຕ້ອງຕາມກົດໝາຍ. ທ່ານປະທານສະພາແຫ່ງຊາດ ໃສ່ໃຈວ່າ:

        “ໃຫ້ເອົາໃຈໃສ່ທີ່ສຸດເຖິງສະພາບຄວາມເປັນລະບຽບຮຽບຮ້ອຍທາງດ້ານຄົມມະນາຄົມ, ສັບຊ້ອນເພື່ອເຮັດແນວໃດໃຫ້ປະຊາຊົນໄປປ່ອນບັດດ້ວຍຄວາມປອດໄພ. ທີ 2, ຢູ່ທີ່ນີ້ແມ່ນມີພໍ່ແມ່ປະຊາຊົນຊາວ ຄຼິດເປັນຈຳນວນຫຼາຍ, ສະນັ້ນຕ້ອງສັບຊ້ອນເຮັດແນວໃດເພື່ອໃຫ້ພໍ່ແມ່ປະຊາຊົນຊາວຄຼິດມີເງື່ອນໄຂໄປປ່ອນບັດໃຫ້ເໝາະສົມກັບສະພາບການຕົວຈິງ. ຕ້ອງຍູ້ແຮງການໂຄສະນາ, ຂົນຂວາຍປະຊາຊົນໃນທົ່ວປວງຊົນກ່ອນ, ໃນ ແລະ ຫຼັງການເລືອກຕັ້ງ”.

        ກ່ຽວກັບວຽກງານເລືອກຕັ້ງ, ທ່ານສະເໜີໃຫ້ແຂວງສຸມໃສ່ກະກຽມ, ຈັດຕັ້ງຢ່າງເຂັ້ມງວດ, ຮັບປະກັນຂໍ້ມູນໄດ້ແຈ້ງເຖິງຜູ້ມີສິດເລືອກຕັ້ງຢ່າງຄົບຖ້ວນ, ຈະແຈ້ງ, ເພື່ອໃຫ້ ເງະອານ ແມ່ນໜຶ່ງໃນບັນດາແບບຢ່າງທີ່ດີກ່ຽວກັບວຽກງານເລືອກຕັ້ງ.


top