ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວປາໄສທີ່ກອງປະຊຸມ)

“ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຮຽງບ່າຮຽງໄຫຼ່ກັບ AIPA ເພື່ອຫັນວິໄສທັດ ແລະ ຄວາມຄາດຫວັງຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ”. ນີ້ແມ່ນສານທີ່ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ເນັ້ນໜັກໃນບົດກ່າວປາໄສໃນຕອບບ່າຍວັນທີ 18 ກັນຍາ, ຢູ່ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ຄັ້ງທີ 46, ເຊິ່ງພວມດຳເນີນຢູ່ ກົວລາລຳເປີ, ມາເລເຊຍ.

        ເປີດສາກບົດກ່າວປາໄສ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຊີ້ແຈ້ງວ່າ, ດ້ວຍຫົວຂໍ້ “ກວມລວມ ແລະ ຍືນຍົງ”, ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ. ໃນສະພາບການພາກພື້ນ, ທົ່ວໂລກມີການຜັນແປຢ່າງວ່ອງໄວ, ສັບສົນ, ເພື່ອສືບຕໍ່ເສີມຂະຫຍາຍບົດບາດ, ທ່າແຮງພິເສດຂອງການທູດລັດຖະສະພາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີວ່າ:

        “AIPA ຕ້ອງສຸມໃສ່ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືຢູ່ພາກພື້ນໃຫ້ມີປະສິດທິຜົນກວ່າເກົ່າ. AIPA ຕ້ອງເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ສັງຄົມທຸກຊັ້ນ, ບັນດາເຈົ້າກຳເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຜັນຂະຫຍາຍວິໄສທັດ ອາຊຽນ 2045. AIPA ຕ້ອງນຳໜ້າໃນການສ້າງລະບອບລະບຽບການ, ນະໂຍບາຍ ເພື່ອນຳບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງພາກພື້ນເຂົ້າໃນການຜັນຂະຫຍາຍ, ໂດຍສະເພາະແມ່ນໃນການພັດທະນາວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ”.


top