ຂ່າວສານ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຮັດວຽກກັບການນຳແຂວງ ຫວິງຟຸກ

      ໃນໄລຍະຈະມາເຖິງ, ລັດຖະບານຈະປະກາດໃຊ້ມະຕິເລກທີ 1 ວ່າດ້ວຍເສດຖະກິດ - ສັງຄົມ ແລະ ໂຄງການຟື້ນຟູການພັດທະນາເສດະກິດ - ສັງຄົມ. ບົນພື້ນຖານນັ້ນ, ແຂວງ ຫວິງຟຸກ ຄວນປັບປຸງເພີ່ມເຕີມ ແລະ ຫັນເປັນລະອຽດ. ດ້ານໜຶ່ງແມ່ນຜັນຂະຫຍາຍນະໂຍບາຍຂອງສູນກາງໃນບໍລິເວນແຂວງ, ອີກດ້ານໜຶ່ງ ແມ່ນສ້າງໂຄງການເພີ່ມເຕີມເພື່ອຮັບໃຊ້ສະເພາະເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ຂອງແຂວງ."
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຮັດວຽກກັບການນຳແຂວງ ຫວິງຟຸກ (ພາບ: TTXVN)
      ຕອນບ່າຍວັນທີ 23 ທັນວາ, ກ່າວຄຳເຫັນໃນການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຫວິງຟຸກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ຕີລາຄາວ່າ: ພາຍຫຼັງ 25 ປີ, ແຂວງ ຫວິງຟຸກ ໄດ້ບືນຕົວຂຶ້ນຢ່າງເຂັ້ມແຂງ, ກາຍເປັນຈຸດເດັ່ນໃນການພັດທະນາເສດຖະກິດ - ສັງຄົມ ແລະ ດຶງດູດນັກລົງທຶນເຂົ້າເຂດເສດຖະກິດຈຸດສຸມຢູ່ພາກເໜືອ ແລະ ໃນທົ່ວປະເທດ; ມີຫຼາຍດັດຊະນີ, ຄາດໝາຍຂອງແຂວງຢືນອັນດັບຕົ້ນໆຂອງທົ່ວປະເທດ. ບົນພື້ນຖານຜົນງານທີ່ບັນລຸໄດ້ນັ້ນ, ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ສະເໜີວ່າ:
        ໃນໄລຍະຈະມາເຖິງ, ລັດຖະບານຈະປະກາດໃຊ້ມະຕິເລກທີ 1 ວ່າດ້ວຍເສດຖະກິດ - ສັງຄົມ ແລະ ໂຄງການຟື້ນຟູການພັດທະນາເສດະກິດ - ສັງຄົມ. ບົນພື້ນຖານນັ້ນ, ແຂວງ ຫວິງຟຸກ ຄວນປັບປຸງເພີ່ມເຕີມ ແລະ ຫັນເປັນລະອຽດ. ດ້ານໜຶ່ງແມ່ນຜັນຂະຫຍາຍນະໂຍບາຍຂອງສູນກາງໃນບໍລິເວນແຂວງ, ອີກດ້ານໜຶ່ງ ແມ່ນສ້າງໂຄງການເພີ່ມເຕີມເພື່ອຮັບໃຊ້ສະເພາະເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ຂອງແຂວງ.”
        ທ່ານປະທານສະພາແຫ່ງຊາດ ກໍສະເໜີໃຫ້ແຂວງ ຫວິງຟຸກ ຍູ້ໄວການໝູນໃຊ້ການປະຕິວັດອຸດສາຫະກໍາ ຄັ້ງທີ 4 ເຂົ້າໃນການສ້າງອຳນາດການປົກຄອງດີຈີຕອນ ແລະ ການຄຸ້ມຄອງສັງຄົມ, ພັດທະນາເສດຖະກິດດີຈີຕອນ. ສືບຕໍ່ພັດທະນາເຕັກໂນໂລຢີຢ່າງແຮງເພື່ອໃຫ້ເຕັກໂນໂລຢີກາຍເປັນພື້ນຖານ, ກຳລັງໜູນແກ່ການພັດທະນາຂອງແຂວງຢ່າງແທ້ຈິງ.
(ແຫຼ່ງຄັດຈາກ VOV)


top