ຫວຽດນາມ ແລະ ສ.ເກົາຫຼີ ພວມມີບັນດາເງື່ອນໄຂສະດວກທີ່ສຸດເພື່ອກຳນົດທິດວິໄສທັດຍຸດທະສາດໃໝ່ໃຫ້ແກ່ການຮ່ວມມື, ສ້າງໂອກາດພ້ອມກັນພັດທະນາ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won Shik (ພາບ: TTXVN)
ຕອນຄ່ຳວັນທີ 22 ພະຈິກ, ທ່ານ Woo Won Shik, ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ພັນລະຍາ ທ່ານ ນາງ Shin Kyunghye ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງການ ຫວຽດນາມ ຢ່າງຈົບງາມ (ແຕ່ວັນທີ 20 – 22 ພະຈິກ), ຕາມຄຳເຊີນຂອງ ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ.
ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທີ່ບັນດາການພົບປະ, ສົນທະນາ, ການນຳ ຫວຽດນາມ ຖືວ່າ, ຫວຽດນາມ ແລະ ສ.ເກົາຫຼີ ພວມມີບັນດາເງື່ອນໄຂສະດວກທີ່ສຸດເພື່ອກຳນົດທິດວິໄສທັດຍຸດທະສາດໃໝ່ໃຫ້ແກ່ການຮ່ວມມື, ສ້າງໂອກາດພ້ອມກັນພັດທະນາ, ແມ່ນຄູ່ຮ່ວມເດີນທາງທີ່ມີຄວາມໄວ້ເນື້ອເຊື່ອໃຈ ບົນເສັ້ນທາງປະຕິບັດຄາດໝາຍ, ຄາດຫວັງພັດທະນາຂອງ 2 ປະເທດໃຫ້ປະກົດຜົນເປັນຈິງ.
ສ່ວນທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won Shik ປາດຖະໜາຢາກໃຫ້ອົງການສ້າງກົດໝາຍ 2 ປະເທດ ສືບຕໍ່ເສີມຂະຫຍາຍບົດບາດຊຸກຍູ້ການຕິດພັນຮ່ວມມືດ້ານເສດຖະກິດ 2 ປະເທດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ການພົວພັນລະຫວ່າງບັນດາສະມາຊິກລັດຖະສະພາ 2 ປະເທດ ເພື່ອປະກອບສ່ວນເຂົ້າໃນການພັດທະນາລະຫວ່າງ ຫວຽດນາມ - ສ.ເກົາຫຼີ.