ຂ່າວສານ

ທ່ານປະທານສະພາແຫ່ງຊາດ ກໍາປູເຈຍ Samdech Heng Samrin ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

      ຕອນບ່າຍວັນທີ 30 ພຶດສະພາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດກໍາປູເຈຍ ໂດຍທ່ານປະທານສະພາແຫ່ງຊາດລາຊະອານາຈັກ ກໍາປູເຈຍ Samdech Heng Samrin ນໍາໜ້າ ແລະ ພັນລະຍາ ໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28 – 30 ພຶຶດສະພາ 2019, ຕາມຄໍາເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.


ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານສະພາແຫ່ງຊາດ ກໍາປູເຈຍ
Samdech Heng Samrin (ພາບ:TTXVN)
      ໃນຂອບເຂດການຢ້ຽມຢາມຢູ່ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ກໍາປູເຈຍ Samdech Heng Samrin ໄດ້ມີການເຈລະຈາກັບການນໍາສະພາແຫ່ງຊາດຫວຽດນາມ; ພົບປະກັບການນໍາລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມ... ທີ່ບັນດາການພົບປະ, ສອງຝ່າຍໄດ້ເນັ້ນໜັກວ່າ ເຫັນດີເປັນເອກະພາບເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນພັກ, ລັດ, ກະຊວງ, ຂະແໜງການຂັ້ນຕ່າງໆ ແລະ ພົບປະແລກປ່ຽນປະຊາຊົນ; ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍສົນທິສັນຍາ, ຂໍ້ຕົກລົງສະບັບຕ່າງໆທີ່ການນໍາສອງຝ່າຍໄດ້ລົງນາມ; ຍູ້ແຮງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ຊຸກຍູ້ການພົວພັນຮ່ວມມື.
        ກ່ຽວກັບການຮ່ວມມືລັດຖະສະພາ, ສອງຝ່າຍເຫັນດີເພີ່ມທະວີການສົມທົບກັນໃນການຕິດຕາມກວດກາຂໍ້ຕົກລົງວ່າດ້ວຍການຮ່ວມມືສະບັບຕ່າງໆທີ່ສອງປະເທດໄດ້ລົງນາມ; ຍູ້ແຮງການຮ່ວມມືຂອງສອງອົງການຊ່່ວຍວຽກ ນັ້ນແມ່ນ ຄະນະເລຂາສະພາແຫ່ງຊາດກໍາປູເຈຍ ແລະ ຫ້ອງການສະພາແຫ່ງຊາດຫວຽດນາມ. ສອງຝ່າຍສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນການເປັນເຈົ້າພາບຈັດຕັ້ງບັນດາກອງປະຊຸມສາກົນຢູ່ສອງປະເທດຄື ສະມັດຊາລະຫວ່າງລັດຖະສະພາ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (AIPA), ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF), ສະຫະພັນລັດຖະສະພາສາກົນ (IPU)...
        ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານສະພາແຫ່ງຊາດ ກໍາປູເຈຍ Samdech Heng Samrin ໄດ້ລົງນາມໃນຂໍ້ຕົກລົງວ່່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ກໍາປູເຈຍ; ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍ ການຮ່ວມມືລະຫວ່າງ ຫ້ອງການສະພາແຫ່ງຊາດຫວຽດນາມ ແລະ ຄະນະເລຂາສະພາແຫ່ງຊາດ ກໍາປູເຈຍ.
 (ແຫຼ່ງຄັດຈາກ VOV)
 


top