ຂ່າວສານ

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມສະຫຼຸບການປະຕິບັດມະຕິສູນກາງພັກກ່ຽວກັບຍຸດທະສາດປົກປັກຮັກສາປະເທດໃນສະພາບການໃໝ່

ແຜນຮ່າງຍື່ນສະເໜີສູນກາງພັກ ຕ້ອງຕີລາຄາໝາກຜົນແຫ່ງການປະຕິບັດມະຕິຢ່າງຮອບດ້ານ, ກຳນົດໄດ້ທິດທາງ, ເປົ້າໝາຍ, ມາດຕະການປົກປັກຮັກສາປະເທດຊາດໃນສະພາບໃໝ່. ທ່ານປະທານປະເທດ ຫງວຽນຊວັນຟຸກ ຮຽກຮ້ອງວ່າ ການສະຫຼຸບຄວນປະຕິບັດຢ່າງຮອດດ້ານ, ເຂັ້ມງວດ, ແທດຈິງ, ມີປະສິດທິຜົນ ແລະ ຕິດແທດໜ້າທີ່ຂອງແຕ່ກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ ແລະ ຫົວໜ່ວຍ.
   ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

 ວັນທີ 18 ມີນາ, ຢູ່ກອງປະຊຸມຄະນະຊີ້ນຳກໍ່ສ້າງແຜນຮ່າງ "ສະຫຼຸບ 10 ປີ ແຫ່ງການປະຕິບັດມະຕິຂອງກອງປະຊຸມຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XI ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່", ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ, ເນັ້ນໜັ້ກວ່າ ການສະຫຼຸບມະຕິກອງປະຊຸມຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XI ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ມີຄວາມໝາຍສຳຄັນທີ່ສຸດ. ດັ່ງນັ້ນ, ແຜນຮ່າງຍື່ນສະເໜີຕໍ່ສູນກາງພັກຕ້ອງຕີລາຄາໝາກຜົນແຫ່ງການປະຕິບັດມະຕິຢ່າງຮອບດ້ານ, ກຳນົດໄດ້ທິດທາງ, ເປົ້າໝາຍ, ມາດຕະການປົກປັກຮັກສາປະເທດຊາດໃນສະພາບໃໝ່. ທ່ານປະທານປະເທດ ຫງວຽນຊວັນຟຸກ ຮຽກຮ້ອງວ່າ ການສະຫຼຸບຄວນປະຕິບັດຢ່າງຮອດດ້ານ, ເຂັ້ມງວດ, ແທດຈິງ, ມີປະສິດທິຜົນ ແລະ ຕິດແທດໜ້າທີ່ຂອງແຕ່ກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ ແລະ ຫົວໜ່ວຍ. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ອົງການປະຈຳຄະນະຊີ້ນຳສ້າງກົດລະບຽບກ່ຽວການເຮັດວຽກຂອງຄະນະຊີ້ນຳໃຫ້ສົມບູນແບບ, ຫນ່ວຍບັນນາທິການ ແລະ ແຜນການເຄື່ອນໄຫວຂອງ ຄະນະຊີ້ນຳຢ່າງຮີບດ່ວນ ເພື່ອຍືນສະເໜີຕໍ່ປະທານປະເທດລົງນາມ ແລະ ປະກາດໃຊ້.



top