ຂ່າວສານ

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນໜັງສືພິມຕຳຫຼວດປະຊາຊົນ ອອກສະບັບທຳອິດ

      ຕອນເຊົ້າວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີ ແຫ່ງວັນໜັງສືພິມຕຳຫຼວດປະຊາຊົນ ອອກສະບັບທຳອິດ (1/11/1946 – 1/11/2021), 40 ປີ ແຫ່ງວັນສ້າງຕັ້ງໂຮງພິມຈຳໜ່າຍຕຳຫຼວດປະຊາຊົນ (10/2/1981 – 10/2/2021), 10 ປີ ແຫ່ງວັນຊ່ອງໂທລະພາບຕຳຫຼວດປະຊາຊົນອອກອາກາດລາຍການທຳອິດ ແລະ ຮັບຫຼຽນໄຊແຮງງານ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ
        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ໃນຂະບວນວິວັດແຫ່ງການປ່ຽນແປງໃໝ່, ການສ້າງສາ ແລະ ປົກປັກຮັກສາປະເທດຊາດພວມຢືນຢູ່ຕໍ່ໜ້າທັງມີກາລະໂອກາດ, ຄວາມສະດວກ ແຕ່ກໍປະສົບກັບສິ່ງທ້າທາຍ ເຮັດໃຫ້ກຳລັງຕຳຫຼວດປະຊາຊົນແບບຫາບໜ້າທີ່ໜັກໜ່ວງທີ່ສຸດ. ບົນພື້ນຖານນັ້ນ, ທ່ານປະທານປະເທດສະເໜີວ່າ:
        “ກຳລັງສື່ມວນຊົນ - ພິມຈຳໜ່າຍຂອງຕຳຫຼວດປະຊາຊົນຕ້ອງແມ່ນກຳລັງນຳໜ້າໃນວຽກງານຖະແຫຼງຂ່າວ, ໂຄສະນາເຜີຍແຜ່, ຕໍ່ສູ້ກັບປະກົດການເສື່ອມທາດຂາດຄຸນທາງດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ປະກົດການ “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້; ພ້ອມທັງຈັດຕັ້ງການຕໍ່ສູ້ປະຕິເສດທັດສະນະທີ່ບໍ່ຖືກຕ້ອງ, ເປັນປໍລະປັກ; ໄຈ້ແຍກ ແລະ ເຮັດແຈ້ງກົນອຸບາຍ, ແບບວິທີເລ່ລ່ຽມມ້າງທຳລາຍຂອງບັນດາອິດທິກຳລັງເປັນປໍລະປັກ”.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ໜັງສືພິມຕຳຫຼວດປະຊາຊົນ
      ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ໜັງສືພິມຕຳຫຼວດປະຊາຊົນ; ມອບຫຼຽນໄຊແຮງງານຊັ້ນສອງໃຫ້ແກ່ໂຮງພິມຈຳໜ່າຍຕຳຫຼວດປະຊາຊົນ ແລະ ມອບຫຼຽນໄຊແຮງງານຊັ້ນສາມໃຫ້ແກ່ຊ່ອງໂທລະພາບຕຳຫຼວດປະຊາຊົນ.
(ແຫຼ່ງຄັດຈາກ VOV)


top